ຂປລ. ວັນທີ 1 ກໍລະກົດ ນີ້ ຢູ່ຫໍວັດທະນະທໍາ ແຫ່ງຊາດ ນະຄອນຫລວງວຽງຈັນ ໂຮງຮຽນ ສະຖາພອນ ໄດ້ຈັດພິທີ ສະຫລຸບສົກຮຽນ ພ້ອມມອບ ໃບປະກາສະນິຍະບັດ ຈົບຊັ້ນ ປ5 ແລະ ຊັ້ນມັດທະຍົມຕົ້ນ ສົກຮຽນ 2015-2016 ໂດຍມີ ທ່ານນາງ ເກດມະນີ ບັນດາສັກ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ທ່ານນາງ ສຸກສະຖາພອນ ສູນທະວົງ ອໍານວຍການ ໂຮງຮຽນດັ່ງກ່າວ, ພ້ອມດ້ວຍຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານນາງ ສຸກສະຖາພອນ ສູນທະວົງ ໃຫ້ຮູ້ວ່າ: ໂຮງຮຽນ ສະຖາພອນ ເປັນໂຮງຮຽນ ພາກເອກະຊົນ ດໍາເນີນການຮຽນ-ການສອນ ຕາມໂຄງການຫລັກສູດ ຂອງກະຊວງ ສຶກສາທິການ ແລະ ກິລາ ວາງອອກ, ໃນນັ້ນ ໄດ້ສຸມໃສ່ ດ້ານປະລິມານ ແລະ ຄຸນນະພາບ ໄດ້ຮັບການ ພັດທະນາຄົບຕາມ 3 ລັກສະນະ ແລະ 5 ຫລັກມູນ ຂອງການສຶກສາ, ພັດທະນາ ທັງຄູອາຈານ ແລະ ນ້ອງນັກຮຽນ ໃຫ້ມີທັດສະນະ ຄຸນສົມບັດສິນທໍາປະຕິວັດ, ຮັກຄວາມກ້າວໜ້າ ແລະ ພັດທະນາ ສະຕິປັນຍາ ຮອບດ້ານ.
ສົກຮຽນ 2015-2016 ໂຮງຮຽນດັ່ງກ່າວ, ມີນັກຮຽນທັງໝົດ 940 ຄົນ, ຍິງ 463 ຄົນ ໃນນັ້ນ ຊັ້ນອະນຸບານ 200 ກວ່າຄົນ, ປະຖົມ 451 ຄົນ, ມັດທະຍົມຕອນຕົ້ນ 289 ຄົນ, ສາມາດສອບເສັງ ນັກຮຽນເກັ່ງຂັ້ນເມືອງ ແລະ ນະຄອນຫລວງ ຄື: ຊັ້ນມັດທະຍົມຕົ້ນ ຂັ້ນເມືອງ ໄດ້ອັນດັບ 1 ມີ 5 ຄົນ ໃນນັ້ນ ມີວິຊາ ພາສາລາວ, ຄະນິດສາດ, ເຄມີສາດ, ຟີຊິກສາດ; ອັບດັບ 2 ມີ 1 ຄົນ, ວິຊາເຄມີສາດ; ອັນດັບ 3 ມີ 2 ຄົນ ວິຊາຟີຊິກສາດ ແລະ ພາສາລາວ; ຂັ້ນນະຄອນຫລວງວຽງຈັນ ໄດ້ອັນດັບ 3 ມີ 3 ຄົນ ໃນນັ້ນ ມີວິຊາ ພາສາລາວ, ຄະນິດສາດ, ເຄມີສາດ ແລະ ລາງວັນຊົມເຊີຍ ມີ 2 ຄົນ; ສ່ວນຊັ້ນປະຖົມ ຂັ້ນເມືອງຍາດ ໄດ້ອັນດັບ 3 ມີ 1 ຄົນ ໃນວິຊາ ຄະນິດສາດ, ອັນດັບ 5 ມີ 1 ຄົນ ວິຊາພາສາລາວ ແລະ ຂັ້ນນະຄອນຫລວງວຽງຈັນ ໄດ້ລາງວັນຊົມເຊີຍ 2 ຄົນ.
ໂອກາດດຽວກັນ, ຍັງໄດ້ມອບໃບຍ້ອງຍໍ ໃຫ້ບັນດາ ຄູ-ອາຈານ ແລະ ນັກຮຽນດີເດັ່ນ ປະເພດຕ່າງໆ ໃນແຕ່ລະຊັ້ນຮຽນ ທີ່ສາມາດສອບເສັງ ໄດ້ຄະແນນ 7 ຂຶ້ນເມື່ອທຸກວິຊາ ແລະ ມອບຂອງຂວັນ ໃຫ້ນ້ອງນັກຮຽນຊັ້ນອະນຸບານຕື່ມອີກ./.

ທີ່ມາ : ຂປລ
ไม่มีความคิดเห็น:
แสดงความคิดเห็น