ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 2 กรกฎาคม พ.ศ. 2559

    ສປປ ລາວ ເປີດສະຖານ ກົງສຸນໃຫຍ່ ຢູ່ແຂວງຊຽງແຕງ ຣາຊະອານາຈັກ ກຳປູເຈຍ

    ຂປລ. ພິທີເປີດ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ແຂວງຊຽງແຕງ ຣາຊະອານາຈັກ ກຳປູເຈຍ ມີຂຶ້ນ​ໃນ​ວັນ​ທີ 30 ມິຖຸນາ ຜ່ານ​ມາ ທັງ​ນີ້ ກໍ​ເພື່ອເປັນການ ເພີ່ມທະວີສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັັບມື້ນັບແໜ້ນແຟ້ນ ແລະ ເລິກເຊິ່ງ ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ຂອງສອງປະເທດ ໃຫ້ນັບມື້ນັບ ຂະຫຍາຍຕົວ ແລະ ທັງເປັນປະກອບສ່ວນ ເຂົ້າໃນການສ້າງ ເປັນປະຊາຄົມອາຊຽນ, ໂດຍສະເພາະ ແມ່ນປະຊາຄົມ ເສດຖະກິດອາຊຽນ.
    ພ້ອມ​ນີ້, ຍັງເປັນການສ້າງ ຄວາມສະດວກສະບາຍ ໃຫ້ປະຊາຊົນລາວ ແລະ ກຳປູເຈຍ ໂດຍສະ ເພາະ ປະຊາຊົນທີ່ຢູ່ລຽບ ຕາມຊາຍແດນ ໄປມາຫາສູ່ກັນ. ​ເນື່ອງຈາກ​ວ່າ ​ໃນປັດຈຸບັນ, ປະລິມານການຄ້າສອງຝ່າຍ ແລະ ການໄປມາຫາສູ່ກັນ ຂອງນັກທ່ອງທ່ຽວ ກໍຄື ປະຊາຊົນສອງຊາດ ທີ່ຢູ່ເຂດຊາຍແດນ  ລາວ-ກຳປູເຈຍ ນັບມື້ມີຈຳນວນເພີ່ມຂຶ້ນ. ສະ​ເພາະປີ 2015 ຜ່ານມາ, ມູນຄ່າການຄ້າ ສອງຝ່າຍ ສາມາດບັນລຸ ໄດ້ 24 ລ້ານກວ່າ ໂດລາສະຫະລັດ ແລະ ຈຳນວນຄົນ ທີ່ໄປທ່ອງທ່ຽວ ແລະ ຄ້າ-ຂາຍ  ກໍເພີ່ມຂຶ້ນເປັນ 416.000 ເທື່ອຄົນ. ດ້ວຍເຫດນັ້ນ, ລັດຖະບານ ສອງປະເທດ ຈຶ່ງເຫັນດີຮ່ວມກັນ ໃຫ້ເປີດສະຖານ ກົງສູນໃຫຍ່ຂອງ ສປປ ລາວ ແຫ່ງທຳອິດຂຶ້ນ ທີ່ແຂວງຊຽງແຕງ ຣາຊະອານາຈັກ ກຳປູເຈຍ ​ແລະ ເປັນກິດຈະກຳໜຶ່ງ ທີ່ສຳຄັນ ທ່າມກາງບັນຍາກາດ ທີ່ສອງປະເທດ ກຳລັງສະເຫລີມ ສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ລາວ-ກຳປູເຈຍ ຄົບຮອບ 60 ປີ (15/6/1956-15/6/2016).
    ​ເຂົ້າ​ຮ່ວມ​ເປີດ ​ກົງ​ສູນ​ໃຫຍ່​ໃນ​ຄັ້ງ​ນີ້, ມີທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ລອງ ວິຊາໂລ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຣາຊະອານາຈັກ ກຳປູເຈຍ, ມີເຈົ້າແຂວງ ຈາກບັນດາແຂວງ ໃກ້ຄຽງຂອງລາວ ແລະ ກຳປູເຈຍ, ເອກອັກຄະລັດຖະທູດ ລາວ ແລະ ກຳປູເຈຍ, ພ້ອມພາກສ່ວນ​ກ່ຽວຂ້ອງເຂົ້າຮ່ວມ.


    ທີ່ມາ  ຂປລ

    ไม่มีความคิดเห็น:

    แสดงความคิดเห็น