ຈາກງານ Google IO 2016 ຜ່ານມາມື້ຄືນນີ້ເຊິ່ງເປັນງານເປີດໂຕເຕັກໂນໂລຊີໃຫມ່ໆຂອງ Google, ໂດຍ Android N ກໍເປັນຈຸດເດັ່ນອີກຢ່າງນຶ່ງຂອງງານນີ້. Google ໄດ້ເພີ່ມຄວາມສາມາດໃຫ້ກັບ Android N ໃຫມ່ໂດຍແບ່ງອອກເປັນ 3 ກຸ່ມຄື ປະສິຕິພາບ, ຄວາມປອດໄພ ແລະການເຮັດວຽກທີ່ດີຂຶ້ນ
ປະສິຕິພາບ
ສ່ວນຂອງ graphic ໄດ້ຮອງຮັບ Vulkan API ທີ່ຊ່ວຍໃຫ້ປະສິທິພາບຂອງເກມດີຂຶ້ນຫລາຍ, ສ່ວນຂອງແອັບຯທົ່ວໄປປັບປຸງປະສິຕິພາບຂອງ JIT Compiler ເຮັດໃຫ້ຕິດຕັ້ງແອັບຯໄດ້ໄວຂຶ້ນກ່ອນເກົ່າ ແອັບຯມີຂະຫນາດນ້ອຍລົງ ແລະເມື່ອວັດແທກ benchmark ແລ້ວດີຂຶ້ນຈາກ Marshmallow ຢ່າງເຫັນໄດ້ແຈ້ງ
ຄວາມປອດໄພ
ປັບປຸງການເຂົ້າລະຫັດຂໍ້ມູນ ແລະແກ້ໄຂວິທີການອັບເດດລະບົບປະຕິບັດການໃຫມ່ ໂດຍລະບົບຈະເຮັດການດາວໂລດ image ຂອງລະບົບປະຕິບັດການເວີຊັນໃຫມ່ມາເກັບໄວ້ ເມື່ອເຮົາ restart ເຄື່ອງກໍຈະເຫັນເປັນລະບົບປະຕິບັດການເວີຊັນໃຫມ່ຂຶ້ນມາເລີຍ ໂດຍບໍ່ໄດ້ຖ້າ
ປັບປຸງວິທີການເຮັດວຽກ
ຈຸດເດັ່ນຄືຫນ້າຈໍ multi-tasking ເພີ່ມປຸ່ມ x ເພື່ອປິດແອັບຯ, ເພີ່ມການກົດປຸ່ມ Recent Apps ສອງເທື່ອໄວໆເພື່ອກັບໄປແອັບຯທີ່ໃຊ້ງານຜ່ານມາຫລ້າສຸດ
ໂມດການເປີດແອັບຯສອງໂຕພ້ອມກັນ ແຍກເປັນ multi-window ສຳລັບ tablet ແລະ smartphone
ແລະໂມດ picture-in-picture ສຳລັບ Android TV (ຈາກຮູບ ຈະເຫັນແອັບຯອີກໂຕເຮັດວຽກຢູ່ເບື້ອງຂວາດ້ານເທິງ)
ລະບົບ Notification ໄດ້ປັບປຸງໃຫມ່ ຮອງຮັບ Direct Reply ຕອບຂໍ້ຄວາມໂດຍບໍ່ຕ້ອງເປີດແອັບຯ, ສາມາດມາດປິດ Notification ບາງອັນຈາກຫນ້າ Notification ໄດ້ທັນທີໂດຍບໍ່ຕ້ອງເຂົ້າ Settings ກ່ອນ
ສຸດທ້າຍຄືຮອງຮັບ Emoji ຕາມມາດຕະຖານ Unicode 9.0 ແລ້ວ


ໂດຍມື້ນີ້ Google ໄດ້ອອກ Android N Developer Preview 3 ເຊິ່ງເປັນໂຕ Beta ໂຕທຳອິດຂອງ Android N ໃຫ້ທົດສອບກັນໄດ້ແລ້ວ ອຸປະກອນທີ່ສາມາດໃຊ້ງານໄດ້ຕອນນີ້ມີ Nexus 6, 9, 5X, 6P, Nexus Player, Pixel C, Android One (General Mobile 4G).
ທີ່ມາ: ecorneronline.com










ไม่มีความคิดเห็น:
แสดงความคิดเห็น