ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 2 กรกฎาคม พ.ศ. 2559

    ນັກ​ວິ​ເຄາະ​ເວົ້າ​ວ່າ iPhone 7 ອາດ​ມີພື້ນ​ທີ່​ຈັດ​ເກັບ 256 GB ແລະ RAM 3GB


    iphone-6s-25
    ນັກວິເຄາະໄດ້ຄາດການວ່າ iPhone 7 ທີ່ກຳລັງຊິອອກມານີ້ ຈະມີພື້ນທີ່ຈັດເກັບສູງສຸດເຖິງ 256 GB ຄືກັນກັບ iPad Pro ເຊິ່ງເຮັດໃຫ້ສາມາດຕິດຕັ້ງແອັບຯ ແລະເກັບຂໍ້ມູນ ຫລືຮູບໄດ້ຫລາຍຂຶ້ນກວ່າເກົ່າ
    ບໍລິສັດ TrendForce ໄດ້ເວົ້າວ່າ iPhone 7 ແລະ iPhone 7 Plus ຈະມີຫນ້າຈໍ 4.7 ນິ້ວ ແລະ 5.5 ນິ້ວ ຕາມລຳດັບ ມີພື້ນທີ່ສູງສຸດເພີ່ມເປັນ 2 ເທົ່າ ຈາກແຕ່ກ່ອນ iPhone 6 ແລະ iPhone 6 Plus ມີ 128 GB ເພີ່ມເປັນ 256 GB
    ໃນສ່ວນຂອງໜ່ວຍຄວາມຈຳ ນັ້ນຈະເພີ່ມເປັນ 3 GB ໃນຮຸ່ນ iPhone 7 Plus ຫນ້າຈໍ 5.5 ນິ້ວ ເຊິ່ງຈະເຮັດໃຫ້ການໃຊ້ງານໄດ້ໄວຂຶ້ນ ແລະຮອງຮັບການເຮັດວຽກຫລາຍໆແອັບຯພ້ອມກັນໄດ້ດີຂຶ້ນ
    TrendForce ຍັງຄາດການອີກວ່າ iPhone 7 ຈະບໍ່ນຳໃຊ້ເຕັກໂນໂລຊີຫນ້າຈໍ AMOLED ເຊິ່ງອາດຈະເຮັດໃຫ້ຫລາຍຄົນຜີດຫວັງໄປຕາມໆກັນ ແຕ່ຈະມີກ້ອງຫລັງ 2 ໂຕ ສຳຫລັບ Phone 7 Plus
    ທີ່ມາ: ecorneronline.com

    ไม่มีความคิดเห็น:

    แสดงความคิดเห็น