ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 2 กรกฎาคม พ.ศ. 2559

    ຮອງປະທານປະເທດ ຕ້ອນຮັບເລຂາໜຶ່ງ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈິີ່ມິງ

    ຂປລ. ​​ວັນ​ທີ 1 ກໍລະກົດ ​ນີ້ ​ທີ່​ຫ້ອງ​ວ່າການ ​ສູນ​ກາງ​ພັກ ທ່ານ ພັນ​ຄໍາ ວິພາ​ວັນ ​ເລຂາ​ທິການ ​ສູນ​ກາງພັກ, ຜູ້​ປະ​ຈໍາ​ການ ​ຄະນະເລຂາທິການ​ ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ ​ໄດ້​ຕ້ອນຮັບ ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ ຂອງ​ທ່ານ ​ເລກ​ວກຟອງ ກໍາມະການ​ສໍາຮອງ​ ສູນ​ກາງ​ພັກ,​ ເລຂາ​ທີ​ໜຶ່ງ ​ສູນ​ກາງ​ຊາວ​ໜຸ່ມ​ ກອມ​ມູນິດ​ໂຮ່ຈິີມິງ ພ້ອມ​ດ້ວຍ​ຄະນະ ​ໃນ​ໂ​ອກາດ​ທີ່​ເດີນທາງ​ ມາ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ພົບ​ປະ​ແລກປ່ຽນ​ກັບ​ ຄະນະ​ສູນ​ກາງ​ຊາວ​ໜຸ່ມ ປະຊາຊົນ​ ປະຕິວັດ​ລາວ ລະຫວ່າງ​ ວັນ​ທີ 1-3 ກໍລະກົດ​ນີ້.

    ໂອກາດ​ນີ້, ທ່ານ ພັນ​ຄໍາ ວິພາ​ວັນ ​​
     ​ໄດ້​ສະ​ແດງ​ ຄວາມ​ຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ​ ພ້ອມ​ທັງ​ຕີ​ລາຄາ​ສູງ ​ຕໍ່​ທ່ານ ​ເລກ​ວກຟອງ ພ້ອມຄະນະ​ ທີ່​ໄດ້​ເດີນທາງ​ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ໃນ​ຄັ້ງ​ນີ້. ​ເຊິ່ງ​ເປັນ​ການ ​ປະກອບສ່ວນ​​ສໍາຄັນ​ ເຂົ້າ​ໃນ​ການ​ເພີ່ມ​ທະວີ​ ສາຍ​ພົວພັນ​ ມິດຕະພາບ, ຄວາມ​ສາມັກຄີ​ພິ​​ເສດ ​ແລະ ການ​ຮ່ວມ​ມື​ ຮອບດ້ານ ລະຫວ່າງ​ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ ສອງຊາດ ​ລາວ-ຫວຽດນາມ​ ​ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ ໂດຍ​ສະ​ເພາະ​ ການ​ພົວພັນ​ຮ່ວມ​ມື ຂອງ​ຊາວ​ໜຸ່ມ​ ລາວ-ຫວຽດນາມ ໃຫ້​ນັບ​ມື້​ ແຕກ​ດອກ​ອອກ​ຜົນ​ ງອກ​ງາມຍິ່ງໆ​ຂຶ້ນ.

    ​ໃນ​ໂອກາດ​ດັ່ງກ່າວ, ທ່ານ ເລກ​ວກຟອງ
     ​ໄດ້​ສະ​ແດງ​ ຄວາມ​ຂອບ​ໃຈ ​ຕໍ່ທ່ານ ພັນ​ຄໍາ ວິພາ​ວັນ ທີ່​ໄດ້​​ໃຫ້ການ​ຕ້ອນຮັບ ​ຢ່າງ​ອົບ​ອຸ່ນ​ ພ້ອມ​ທັງ​​ ແຈ້ງ​ຈຸດປະສົງ​ ຂອງ​ການ​ເດີນ​ທາງ​ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ຄັ້ງ​ນີ້​ໃຫ້ຊາບ​./.
    ----------------------------------------------------------------------------------------------'
    ທີ່ມາ: ຂປລ

    ไม่มีความคิดเห็น:

    แสดงความคิดเห็น