ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 2 กรกฎาคม พ.ศ. 2559

    ຜູ່ໃຊ້ Facebook Chat ເທິງມືຖືເລີ່ມຖືກບັງຄັບໃຫ້ ດາວໂຫຼດແອັບຯ Facebook Messenger ແລ້ວ

    ap_resize
    ປົກກະຕິແລ້ວເວັບໄຊ Facebook ເທິງມືຖືນັ້ນຈະສາມາດເປີດສົນທະນາໄດ້ຈາກປຸ່ມຂໍ້ຄວາມ ເຊິ່ງຕອນນີ້ Facebook ເລີ່ມທີ່ຈະສະໜັບສະໜູນໃຫ້ຜູ່ໃຊ້ໄປດາວໂຫຼດແອັບຯ Facebook Messenger ແທນ ໂດຍຜູ່ໃຊ້ຫຼາຍຄົນເມື່ອເຂົ້າໜ້າສົນທະນາຂອງ Facebook ຈະຖືກ redirect ເຂົ້າໄປໃຫ້ດາວໂຫຼດແອັບຯ Messenger ເຊິ່ງຖ້າຈະບໍ່ດາວໂຫຼດຈະຕ້ອງຍ້ອນກັບມາ ແລະ ເມື່ອກັບມາແລ້ວຈະມີຂໍ້ຄວາມສະແດງວ່າ “Your conversation are moving to Messenger.”
    Facebook ຍັງອະນຸຍາດໃຫ້ຜູ່ໃຊ້ກົດປຸ່ມເຄື່ອງໝາຍ X ມຸມເທິງເບື້ອງຂວາເພື່ອເບິ່ງລາຍການຂໍ້ຄວາມໄດ້ແຕ່ເມື່ອແຕະລາຍການສົນທະນາແລ້ວກໍຈະເຈິການ Redirect ອີກຮອບ ແລະເມື່ອກົດກັບມາກໍຈະເຈິໜ້າເຊີນຊວນ ແລະ ຕ້ອງກົດເຄື່ອງໝາຍ X ເພື່ອປິດອີກຮອບກ່ອນຈະໃຊ້ງານສົ່ງຂໍ້ຄວາມໄດ້. ຈາກທ່າທີການບັງຄັບແບບນີ້ ກໍຄ່ອນຂ້າງແນ່ນອນແລ້ວວ່າ Facebook ເລີ່ມທີ່ຈະສະໜັບສະໜູນໃຫ້ຜູ່ໃຊ້ໄປໃຊ້ແອັບຯ Messenger ຫລາຍຂຶ້ນເລື້ອຍໆ ຢ່າງເຊັ່ນທີ່ເຮັດເທິງແອັບຯຫຼັກຂອງ Facebook ມາແລ້ວ.
    ທີ່ມາຂອງຂໍ້ມູນ: ecorneronline.com

    ไม่มีความคิดเห็น:

    แสดงความคิดเห็น