ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 2 กรกฎาคม พ.ศ. 2559

    Drone ລາ​ຄາ​ປະ​ຢັດຈາກ Xiaomi


    200927y6ql4qw4wza4na6m.jpg.thumb
    ເຊິ່ງ Mi Drone ນີ້ຈະມີຢູ່ 2 ຮຸ່ນ ເປັນຮຸ່ນ 1080P ແລະ 4K ໂດຍຕອນນີ້ຢູ່ໃນລະຫວ່າງການລະດົມທຶນ ແລ້ວຈະປ່ອຍຮຸ່ນ beta ໃຫ້ທົດສອບໃນເດືອນ ກໍລະກົດ ແລະຈະວາງຂາຍຫລັງຈາກນັ້ນ
    012753we3yaraa0x3xjat3.jpg.thumb
    ໂດຍ Mi Drone ນັ້ນຈະມີແກນປ້ອງກັນການສັ່ນເຖິງ 3 ແກນ ມີນ້ຳຫນັກພຽງ 140 ກຣາມ ໂດຍໄດ້ມີການເວົ້າວ່າກ່ອນຈະເປີດໂຕ Mi Drone ນີ້ໄດ້ມີການສຶກສາຄົ້ນຄວ້າຫລາຍກວ່າ 7 ປີແລະປັບປຸງແກ້ໄຂເປັນ 30 ເທື່ອເລີຍ
    012725whge7wd64uubqv7v.png.thumb
    ສ່ວນໃນເລື່ອງຄວາມສາມາດຂອງ Drone ນີ້ກໍບໍ່ທຳມະດາເລີຍ ສາມາດບິນໄດ້ດົນເຖິງ 27 ນາທີ ທຽບເທົ່າ Drone ຮຸ່ນອ້າຍຢ່າງ Phantom 3 ແລະPhantom 4 ແບັດເຕີຣີກໍໃຫ້ມາເຖິງ 5100mAh ນອກຈາກນີ້ເຮົາຍັງສາມາດປ່ຽນແບັດເຕີຣີດ້ວຍແບັດເສີມໄດ້ງ່າຍໆນຳ
    012706vjhfrsjshsptko66.jpg.thumb
    ມີ Auto-Pilot ແລະລະບົບ Auto-Homing ທີ່ເຮັດໃຫ້ໂດຣນສາມາດກັບມາຫາຢູ່ຈຸດບັງຄັບໄດ້ ພຽງປຸ່ມດຽວ ແລະຖ້າຫາກໂດຣນແບັດເຕີຣີຕ່ຳກໍຈະແຈ້ງເຕືອນໃຫ້ກັບມາຈຸດເລີ່ມຕົ້ນ ນອກຈາກນີ້ຍັງມີລະບົບ GPS ແລະ GLONASS ເພື່ອການລະບຸຕຳແຫນ່ງທີ່ດີຂຶ້ນ
    012646lyvptgzaiz11xaj1.png.thumb
    012749l3j8c7qncm6nk0w8.jpg.thumb
    ສຳລັບຮຸ່ນ 1080P ນັ້ນຈະມາພ້ອມກັບກ້ອງ Sony CMOS 16 ລ້ານພິກເຊວ ທີ່ມີມຸມກວ້າງເຖິງ 104 ອົງສາ ແລະໃນສ່ວນຂອງຮຸ່ນ 4K ນັ້ນຈະໃຊ້ກ້ອງ Sony12.4 ລ້ານພິກເຊວ ສາມາດຖ່າຍວິດີໂອໄດ້ດ້ວຍຄວາມລະອຽດເຖິງ 3840 x 2160 ພິກເຊວ ແລະຖ່າຍພາບເປັນຟາຍ RAW ສາມາດເບິ່ງພາບໄດ້ໄກເຖິງ 2 ກິໂລແມັດ
    012718fstxrez6tmmac7n2.jpg.thumb

    ສ່ວນເລື່ອງລາຄາແມ່ນ

    ຮຸ່ນ 1080pP ຈະຢູ່ທີ່ 2,499 ຢວນ (ປະມານ 3,000,000 ກີບ)

    ຮຸ່ນ 4K ຢູ່ທີ່ 2,999 ຢວນ (ປະມານ 3,700,000 ກີບ)

    ເຊິ່ງຖ້າທຽບກັນແລ້ວຍັງຖືວ່າຖືກກວ່າ DJI Phantom ຢູ່ດີ ສະເປັກແຮງແຖມຍັງບໍ່ແພງອີກ

    ຕົວຢ່າງຮູບທີ່ຖ່າຍຈາກໂດຣນ

    232903k2d3jfwjmd5dgedd.jpg.thumb
    232909nkscfd6sqcfh1k8c.jpg.thumb
    232855ttmg28r538t3rwry.jpg.thumb

    ແຫລ່ງຂໍ້ມູນ: ecorneronline.com

    ไม่มีความคิดเห็น:

    แสดงความคิดเห็น