ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 28 กรกฎาคม พ.ศ. 2559

    ຣີວິວແອັບຯແປພາສາ-google-translate

    ທີ່ສຸດຂອງແອັບຯແປພາສາ Google Translate

    ທີ່ສຸດຂອງແອັບຯແປພາສາ Google Translate

    ແອັບຯແປພາສາ Google Translate ເປັນແອັບຯໜຶ່ງທີ່ຄວນມີຄິດເຄື່ອງໄວ້ໃຊ້ ສຳລັບຄົນທີ່ມັກອ່ານພາສາ ຕ່າງປະເທດ ເພາະສາມາດແປໄດ້  ຫຼາຍພາສາ ສາມາດແປຄຳສັບເປັນຄຳໄດ້ດີ ແລະ ເປັນປະໂຫຍກສັ້ນໆໄດ້ ເກັ່ງ ພ້ອມທັງມີຮູບແບບການປ້ອນຂໍ້ຄວາມທີ່ຫຼາກຫຼາຍບໍ່ວ່າຈະເປັນການພິມ, ການຖ່າຍຮູບ, ອ່ານຂໍ້ຄວາມ ຈາກຮູບພາບພາຍໃນເຄື່ອງ , ການເວົ້າ ແລະ ການຂຽນດ້ວຍລາຍມື. Google Translate ມີຄຸນສົມບັດຫຼັກໆດັ່ງຕໍ່ໄປນີ້:

    ແປພາສາດ້ວຍການພິມ
    ຫຼາຍກວ່າ 90 ພາສາ
    Google Translate - Cover - 2
    ຕົວແອັບຮອງຮັບການແປລະຫວ່າງ 90 ກວ່າພາສາ ເປັນຕົ້ນແມ່ນ ພາສາລາວ, ອັງກິດ, ຝຣັ່ງ, ໄທ ແລະ ພາສາອື່ນໆອີກ. ການໃຊ້ງານແບບເຊື່ອມຕໍ່ກັບອິນເຕີເນັດເຮັດໃຫ້ສາມາດແປໄປມາລະຫວ່າງ 90 ພາສາດັ່ງ ກ່າວນັ້ນໄດ້ໝົດ ພ້ອມທັງສາມາດກົດຟັງສຽງອ່ານໄດ້ (ບາງພາສາເທົ່ານັ້ນ ສ່ວນພາສາລາວຍັງບໍ່ທັນຮອງຮັບ ເທື່ອ)

    ແປພາສາແບບທັນໃຈ
    ດ້ວຍກ້ອງຖ່າຍຮູບໄດ້ເຖິງ 29 ພາສາ
    Google Translate - Cover - 3
    ຄຸນສົມບັດນີ້ເອີ້ນວ່າ Word Lens ເຊິ່ງວິທີການໃຊ້ງານແມ່ນພຽງແຕ່ກົດປຸ່ມເຄື່ອງໝາຍກ້ອງທີ່ມີ ຮູບດາວທາງກາງ ແລ້ວກ້ອງຖ່າຍຮູບຈະເປີດມາ ພຽງແຕ່ສ່ອງກ້ອງໃສ່ຂໍ້ຄວາມໃນປ້າຍ, ຮູບພາບ, ເມນູອາ ຫານ ຫຼື ປຶ້ມ ຂໍ້ຄວາມດັ່ງກ່າວກໍຈະຖືກແປໃຫ້ໃນທັນທີ ສະດວກທັນໃຈ

    ແປພາສາດ້ວຍການເວົ້າ
    ຮອງຮັບເຖິງ 40 ພາສາ
    Google Translate - Cover - 4
    ທ່ານສາມາດປ້ອນຂໍ້ຄວາມທີ່ຕ້ອງການແປດ້ວຍການເວົ້າໄດ້ ເຊິ່ງໃນຕອນນີ້ຮອງຮັບພຽງແຕ່ 40 ພາສາເທົ່າ ນັ້ນ. ນອກຈາກນັ້ນຍັງສາມາດໃຊ້ຮູບແບບການແປໃນລັກສະນະຂອງການສົນທະນາຄື ເມື່ອຜູ້ທຳອິດເວົ້າ ແລ້ວ ຂໍ້ຄວາມຈະຖືກແປເປັນອີກພາສາດ້ວຍການສົ່ງສຽງອອກມາເປັນພາສານັ້ນ ຈາກນັ້ນຈຶ່ງໃຫ້ອີກຄົນ ເວົ້າ ແລ້ວແປອອກມາເປັນພາສາທີ່ຄົນທຳອິດເວົ້າ. ມັນຍອດໄປເລີຍຈ໋ອດ.

    ປ້ອນຂໍ້ຄວາມດ້ວຍການ
    ຂຽນດ້ວຍລາຍມື (ຮອງຮັບພາສາ ລາວ)
    Google Translate - Cover - 5
    ຄຸນສົມບັດນີ້ເໝາະສຳລັບຄົນທີ່ໃຊ້ມືຖືໜ້າຈໍໃຫຍ່ ແລະ ຂີ້ຄ້ານກົດພິມ ເຊິ່ງວີທີໃຊ້ງານແມ່ນໃຫ້ກົດເລືອກ ເຄື່ອງໝາຍດັ່ງໃນຮູບລຸ່ມນີ້ ສຳລັບການໃຊ້ງານແມ່ນຮອງຮັບພາສາລາວນຳ ແລະ ຈາກການນຳໃຊ້ແມ່ນສາມາດປ້ອນຂໍ້ຄວາມໄດ້ຖືກ ຕ້ອງດີ

    ດາວໂຫຼດຂໍ້ມູນພາສາມາໄວ້ໃຊ້
    ແບບ offline ເວລາທີ່ບໍ່ ເຊື່ອມຕໍ່ກັບອິນເຕີເນັດໄດ້
    Google Translate - Cover - 6
    ເວລາທີ່ເຮົາເດີນທາງແລ້ວຢາກໃຊ້ແອັບຯ ກໍບໍ່ຕ້ອງຢ້ານວ່າຈະບໍ່ມີອິນເຕີເນັດແລ້ວຈະບໍ່ສາມາດໃຊ້ໄດ້ ເພາະ ທາງ Google ໄດ້ອອກແພັກເກັຈພາສາມາໃຫ້ເຮົາໄດ້ດາວໂຫຼດມາໄວ້ໃຊ້ແບບ offline ໄດ້. ເສຍດາຍແຕ່ ຕອນນີ້ຍັງບໍ່ທັນມີພາສາລາວເທື່ອ.

    ຕິດດາວ ແລະ ບັນທຶກການແປ
    ທີ່ທ່ານສົນໃຈໄວ້ເບິ່ງພາຍ ຫຼັງໄດ້

    Google Translate - Cover - 7ບາງເທື່ອເຮົາອາດຈະຢາກບັນທຶກຄຳສັບ, ຂໍ້ຄວາມ ຫຼື ປະໂຫຍກທີ່ເຮົາແປໄວ້ເບິ່ງພາຍຫຼັງ ແລະ ຂ່າວດີກໍຄື ມີຄຸນສົມບັດນີ້ໃຫ້ໃຊ້ນຳ ພຽງແຕ່ກົດທີ່ເຄື່ອງໝາຍດາວ ຄຳສັບ, ຂໍ້ຄວາມ ຫຼື ປະໂຫຍກດັ່ງກ່າວກໍຈະຖືກບັນ ທຶກໄວ້ໃນປຶ້ມບັນທຶກຂໍ້ຄວາມທີ່ສາມາດເຂົ້າເບິ່ງພາຍຫຼັງໄດ້ ພຽງແຕ່ເລື່ອນໜ້າຈໍຈາກຊ້າຍມາທາງຂວາ ແລ້ວກົດເລືອກ Phrasebook

    ແປພາສາພາຍໃນທຸກແອັບຯໄດ້
    ບໍ່ຕ້ອງສະຫຼັບແອັບຯໄປມາ 
    Google Translate - Cover - 8
    ຄຸນສົມບັດນີ້ໃຊ້ໄດ້ສະເພາະແຕ່ອຸປະກອນ Android ເຊິ່ງເມື່ອເຮົາເປີດໃຊ້ງານ Tap to Translate ແລ້ວ, ເວ ລາທີ່ເຮົາກົດຄັດລອກຂໍ້ຄວາມໃນແອັບຯອື່ນໆ ກໍຈະມີໄອຄອນຂອງ Google Translate ລອຍຂຶ້ນມາເທິງມູມ ຂວາເທິງຂອງໜ້າຈໍ ພຽງແຕ່ເຕະທີ່ໄອຄອນດັ່ງກ່າວກໍຈະສາມາດແປຂໍ້ຄວາມທີ່ເຮົາຄັດລອກນັ້ນໄດ້ໃນທັນ ທີ ແລະ ຍັງສາມາດແປຂໍ້ຄວາມທີ່ເຮົາຕ້ອງການ ແລ້ວຄັດລອກເອົາໄປໃຊ້ໄດ້ໂດຍບໍ່ຕ້ອງອອກຈາກແອັບຯ ທີ່ກຳລັງໃຊ້ຢູ່ນັ້ນໄດ້ອີກ. (ຮອງຮັບສະເພາະ Android)

    ຂໍ້ດີ

    ຮອງຮັບຫຼາຍພາສາ, ຄຸນນະພາບການແປຂໍ້ຄວາມ ຫຼື ປະໂຫຍກສັ້ນໆ ຖືວ່າຢູ່ໃນລະດັບດີຫຼາຍຖ້າທຽບໃສ່ ແອັບຯແປພາສາອື່ນໆ ເພາະມີການປັບປຸງຢູ່ຕະຫຼອດເວລາ ພ້ອມທັງມີໂຄງການໃຫ້ອາສາສະໝັກເຂົ້າຮ່ວມ ການປັບປຸງຄຸນນະພາບການແປຂອງພາສາຕົນເອງ ເຮັດໃຫ້ການແປພາສາຕ່າງໆດີຂຶ້ນເລື້ອຍໆ. ມີຄຸນສົມ ບັດໃຫ້ເລືອກໃຊ້ທີ່ຫຼາກຫຼາຍ ໂດຍສະເພາະຄຸນສົມບັດ Word Lens ທີ່ເຮັດ ໃຫ້ເຮົາແປຂໍ້ຄວາມໄດ້ຢ່າງສະ ດວກ ແລະ ວ່ອງໄວພຽງແຕ່ໃຊ້ກ້ອງສ່ອງໄປທີ່ຂໍ້ຄວາມນັ້ນ.

    ຂໍ້ເສຍ

    ສຳລັບຜູ້ໃຊ້ຊາວລາວເຮົາ ຂໍ້ຈຳກັດທີ່ຍັງເຮັດໃຫ້ເຮົາບໍ່ສາມາດໃຊ້ຄຸນສົມບັດຕ່າງໆໄດ້ຢ່າງເຕັມທີ່ແມ່ນຍ້ອນ ຍັງບໍ່ທັນຮອງຮັບການແປດ້ວຍສຽງ, ການອ່ານອອກສຽງ ແລະ ຂໍ້ມູນສຳລັບໃຊ້ offline ຂອງພາສາລາວເຮົາ. ນແກຈາກນັ້ນກໍເປັນເລື່ອງຂອງການແປປະໂຫຍກທີ່ຍາວໆ ຫຼື ມີຄວາມສັບຊ້ອນ ເຊິ່ງ Google Translate ຍັງເຮັດອອກມາໄດ້ບໍ່ດີພໍ ແລະ ຍັງມີຄວາມຜິດພາດຫຼາຍ ເນື່ອງຈາກແຕ່ລະພາສາມີຄຳສັບທີ່ມີຫຼາຍຄວາມ ໝາຍແຕກຕ່າງກັນ ເວລາທີ່ຕົວລະບົບແປອອກມາອາດຈະເລືອກຄຳແປທີ່ບໍ່ກົງກັບຄວາມໝາຍທີ່ປະ ໂຫຍກ ຕ້ອງການສື່ມາໃຫ້ເຮົາໄດ້.

    ສະຫຼຸບ

    ແນວໃດກໍຕາມແອັບຯນີ້ກໍຍັງເປັນແອັບຯ ໜຶ່ງທີ່ມີຄຸນນະພາບ ແລະ ທຸກຄົນຄວນມີຕິດເຄື່ອງເພື່ອໃຊ້ແປ, ກວດສອບຄວາມຖືກຕ້ອງຂອງການສະກົດຄຳ, ການອອກສຽງ ແລະ ອື່ນໆໃນຊີວິດປະຈຳວັນໄດ້. ຜູ້ທີ່ສົນໃຈ ສາມາດດາວໂຫຼດແອັບຯ ໄດ້ຈາກລິ້ງຂ້າງລຸ່ມບົດຄວາມເລີຍ.
    ດາວໂຫຼດຟຣີ
    Android ແລະ iOS
                                                ທີ່ມາ:http://mobiletalk.tv/

    ไม่มีความคิดเห็น:

    แสดงความคิดเห็น