ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 28 กรกฎาคม พ.ศ. 2559

    ເບິ່ງວິດີໂອໃນ YouTube ແບບບໍ່ໃຊ້ເນັດ

    ເບິ່ງວິດີໂອໃນ YouTube ແບບບໍ່ໃຊ້ເນັດ

    ເບິ່ງວິດີໂອໃນ YouTube ແບບບໍ່ໃຊ້ເນັດ

    ຖ້າ​ທ່ານ​ເປັນ​ຄົນ​ໜຶ່ງ​ທີ່​ມັກ​ເບິ່ງ​ວິ​ດີ​ໂອ​ໃນ YouTube, ເຊື່ອ​ວ່າ ທ່ານ​ຈະ​ຄ້ອງ​ເຄີຍ​ມີ​ປະ​ສົບ​ການ​ທີ່​ຢາກ​ຈະ​ເກັບວິ​ດີ​ໂອ​ໄວ້​ໃນ​ເຄື່ອງ ເພື່ອ​ເບິ່ງ​ພາຍ​ຫຼັງ ​ຢ່າງ​ແນ່​ນອນ​. ແລະ​ກໍ​ເຫັນ​ຫຼາຍໆ​ຄົນ​ໃຊ້​ແອ​ັພ​ຊ່ວຍ​ດາວ​ໂຫຼດ​, ເຊັ່ນ​ໃນ​ໂທລະ​ສັບ​ຝັ່ງ android ກໍ​ຈະ​ນິ​ຍົມ​ໃຊ້ ແອ​ັບ TubeMate ເຊິ່ງ​ເປັນ​ແອ​ັພ​ເຖື່ອນ​. ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້​ເອງ ທາງ YouTube ໄດ້​ເພີ່ມ​ຄວາມ​ສາ​ສ​ມາດ​ໃໝ່ ເຊິ່ງ​ໄດ້​ອະ​ນຸ​ຍາດ​ໃຫ້​ຜູ້​ໃຊ້​ສາ​ມາດ​ໂຫຼດ​ວິ​ດີ​ໂອ​ເກັບ​ໄວ້​ໃນ​ເຄື່ອງ​ໄດ້ ໃນ​ແອ​ັພ​ຂອງ YouTube  ໂດຍ​ກົງ​ເລີຍ​, ຄວາມ​ສາ​ມາດ​ນີ້​ສາ​ມາດ​ໃຊ້​ໄດ້​ທັງ​ລະ​ບົບ Android ແລະ iOS ໂດຍ​ທີ່​ບໍ່​ຕ້ອງ​ຕິດ​ຕັ້ງ​ແອ​ັພ​ຫຍັງ​ເພີ່ມ​ເຕີມ​ເລີຍ​,  ເຮັດ​ໃຫ້​ມີ​ຄວາມ​ສະ​ດວກ​ຍິ່ງ​ຂຶ້ນ​.

    ເພື່ອບໍ່ເປັນການເສຍເວລາ
    ເຮົາມາເລີ່ມ
    1) ເມື່ອເບິ່ງວິດີໂອ, ສັງເກດວ່າຈະມີຮູບດາວໂຫຼດຂຶ້ນມາທາາງລຸ່ມ ໃຫ້ກົດເພື່ອຫໂຫຼດໄດ້ໂດຍກົງເລີຍ
    youtube-1
     
    2) ຫຼັງ​ຈາກ​ທີ່​ໂຫຼດ​ວິ​ດີ​ໂອ​ແລ້ວ​, ເມື່ອ​ຕ້ອງ​ການ​ຢາກ​ເບິ່ງ ກໍ​ພຽງ​ແຕ່​ເຂົ້າ​ໄປ​ແທັບ Offline ກໍ​ຈະ​ເຫັນ​ວິ​ດີ​ໂອ​ທີ່​ດາວ​ໂຫຼດ​ໄວ້​. ພຽງ​ເທົ່າ​ນີ້​ກໍ​ສາ​ມາດ​ເບິ່ງ​ວິ​ດີ​ໂອ​ໄດ້​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ເນັດ​ອີກ​.
    youtube-2
     
    3) ແຕ່​ກໍ​ມີ​ບາງ​ວິ​ດີ​ໂອ​ທີ່​ບໍ່​ສາ​ມາດ​ໂຫຼດ​ໄດ້ ຍ້ອນ​ທາງ​ເຈົ້າ​ຂອງ​ຊ່ອງ ທີ່​ອັພ​ໂຫຼດ​ວິ​ດີ​ໂອ​ນັ້ນໆ ບໍ່​ອະ​ນຸ​ຍາດ​ໃຫ້​ຜູ້​ໃຊ້​ໂຫຼດ​ວິ​ດີ​ໂອ​ເກັບ​ໄວ້​ໄດ້​, ເຊິ່ງ​ອາດ​ຈະ​ຕິດ​ບັນ​ຫາ​ໃນ​ເລື່ອງ​ຂອງ​ລິ​ຂະ​ສິດ ຫຼື ຊັບ​ສິນ​ທາງ​ບັນ​ຍາ​, ເປັນ​ຕົ້ນ​ແມ່ນ​ວິ​ດີ​ໂອ​ເພງ ທີ່​ບໍ່​ອະ​ນຸ​ຍາດ​ໃຫ້​ໂຫຼດ​ໄດ້​ເລີຍ​.
    youtube-3
     
    4) ແລະ ໃນ​ການ​ດາວ​ໂຫຼດ​ຄັ້ງ​ທຳ​ອິດ YouTube ຈະ​ໂຫຼດ​ກໍ​ເມື່ອ​ໂທລະ​ສັບ​ຂອງ​ເຮົາ​ຕໍ່​ກັບ wifi ເທົ່າ​ນັ້ນ​, ຖ້າ​ຢາກ​ໃຫ້​ມັນ​ໂຫຼດ​ໂດຍ​ໃຊ້​ໂທລະ​ສັບ​ເອງ​ເລີຍ ກໍ​ແມ່ນ​ໃຫ້​ເຂົ້າ​ໄປ ຕັ້ງ​ຄ່າ ແລ້ວ​ໝາຍ​ຖືກ​ຢູ່​ໂຕ Add over wifi only ອອກ​, ເທົ່າ​ນີ້​ກໍ​ຮຽບ​ຮ້ອຍ​.
    youtube-4

    ແລະ ອີກຢ່າງໜຶ່ງ…
    ສຳ​ລັບ​ຄົນ​ທີ່​ຍັງ​ບໍ່​ຮູ້​, ຕອນ​ນີ້​ແອ​ັພ YouTube ໄດ້​ຮອງ​ຮັບ​ການ​ສະ​ແດງ​ຜົນ​ເມ​ນູ​ເປັນ​ພາ​ສາ​ລາວ​ແລ້ວ ( ສຳ​ລັບ​ໂທລະ​ສັບ​ແອນ​ດຣອຍ​ບາງ​ລູ້ນ​ທີ່​ຮອງ​ຮັບ​ພາ​ສາ​ລາວ ).
    ທີ່ມາ:http://mobiletalk.tv/

    ไม่มีความคิดเห็น:

    แสดงความคิดเห็น