ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 10 สิงหาคม พ.ศ. 2559

    ລາວ ພ້ອມເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29

    ງທ່ານ ພົງສະຫວັນ ສີສຸລາດ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ແລະ ພ້ອມດ້ວຍບັນດາຜູ້ບັນຍາຍ ຈາກບັນດາກົມທີ່ກ່ຽວຂ້ອງ ຄື: ທ່ານຫົວໜ້າກົມພິທີການ ທູດ, ກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານດ້ານພະ ລາທິການ ແລະ ພິທີການ, ທ່ານຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ ຜູ້ຮັບຜິດຊອບວຽກງານການຄຸ້ມຄອງສື່ມວນຊົນຕ່າງປະເທດ ແລະ ສູນຂ່າວ ແລະ ມີຜູ້ເຂົ້າຮ່ວມຈາກຂະແໜງການກ່ຽວຂ້ອງ, ບັນດາທູຕານຸທູດ ແລະ ຜູ້ຕາງ ໜ້າຈາກອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງຈຳນວນ 100 ກວ່າ ຄົນ.
    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແຈ້ງ ແລະ ອະທິບາຍລາຍລະອຽດກ່ຽວກັບການກະກຽມວຽກງານດ້ານຕ່າງໆຂອງຕົນໃຫ້ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການ ຈັດຕັ້ງສາກົນທີ່ກ່ຽວຂ້ອງທີ່ມີ ສຳນັກງານການທູດຢູ່ນະຄອນ ຫຼວງວຽງຈັນ ແລະ ຕ່າງປະ ເທດ ເພື່ອຊາບ ແລະ ປະສານ ໄປຍັງທາງບ້ານຂອງຕົນກ່ຽວ ກັບການກະກຽມຄວາມພ້ອມ ໃນດ້ານຕ່າງໆຂອງ ສປປ ລາວ, ເປັນຕົ້ນແມ່ນດ້ານພະ ລາທິການ, ພິທີການ, ການຮັກ ສາຄວາມປອດໄພ, ສະໜາມ ບິນ, ການຄຸ້ມຄອງບັນດາສື່ ມວນຊົນຕ່າງປະເທດ ແລະ ດ້ານອື່ນໆ.
    ໃນຕອນທ້າຍຂອງກອງ ປະຊຸມ ກໍຍັງໄດ້ມີການແລກ ປ່ຽນຄວາມຄິດເຫັນກ່ຽວກັບ ບັນດາບັນຫາທີ່ກ່າວມາຂ້າງ ເທິງນັ້ນ ເພື່ອໃຫ້ຜູ້ເຂົ້າຮ່ວມ ໂດຍສະເພາະບັນດາທູຕານຸ ທູດ ແລະ ຜູ້ຕາງໜ້າອົງການ ຈັດຕັ້ງສາກົນທີ່ກ່ຽວຂ້ອງມີ ຄວາມເຂົ້າໃຈແຈ້ງຕື່ມ ໃນ ການກະກຽມກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດທີ່ ກ່ຽວຂ້ອງອື່ນໆ. ນອກຈາກນີ້ ພາຍຫຼັງກອງປະຊຸມແຈ້ງຂ່າວ ດັ່ງກ່າວໄດ້ອັດລົງ, ບັນດາທິມງານອະນຸກຳມະການກອງເລຂາ ແລະ ອະນຸກຳມະການພິທີ ການໄດ້ນຳພາບັນດາຜູ້ເຂົ້າຮ່ວມກອງປະຊຸມຈຳນວນໜຶ່ງໄປຢ້ຽມຊົມສະຖານທີ່ປະຊຸມ, ສະຖານທີ່ພັກສຳລັບ ຄະນະຜູ້ ແທນ ແລະ ສິ່ງອຳນວຍຄວາມ ສະດວກອື່ນໆທີ່ກ່ຽວຂ້ອງກັບກອງປະຊຸມ.
    (ຂ່າວ: ສຸກສາຄອນ)

    ไม่มีความคิดเห็น:

    แสดงความคิดเห็น