ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 10 สิงหาคม พ.ศ. 2559

    ຍູ້ແຮງການເຊື່ອມຈອດໃນອາຊຽນ ຈາກການປະກອບສ່ວນຂອງພາກເອກະຊົນ

    ປະຊາຄົມອາຊຽນ ການເສີມສ້າງໂອກາດ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ນີ້ແມ່ນຫົວຂໍ້ຂອງກອງປະຊຸມປຶກສາຫາລືການເປັນຜູ້ນຳຂອງອາຊຽນ ຄັ້ງທີ 13 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ຈັດຂຶ້ນວັນທີ 7 ສິງຫາ 2016 ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ເວທີປຶກສາຫາລືການເປັນຜູ້ນຳອາຊຽນນີ້ເປັນເວທີສຳຄັນ ເນື່ອງຈາກເປັນການຮວມເອົາບັນດາພະນັກງານລັດ ວິຊາການ ລວມທັງນັກທຸລະກິດພາຍໃນ 10 ປະເທດສະມາຊິກ ເພື່ອປືກສາຫາລື ແລະ ສະທ້ອນໃຫ້ເຫັນເຖິງບັນຫາທ້າທາຍທີ່ປະຊາຄົມເສດຖະກິດອາຊຽນ ແລະ ການເຊື່ອມໂຍງຂອງພາກພື້ນພວມປະເຊີນຢູ່ ແນໃສ່ໃຫ້ແຜນງານຂອງການເປັນປະຊາຄົມເສດຖະກິດ ອາຊຽນປາກົດຜົນເປັນຈິງ ເຊິ່ງໃນປີ 2017 ອາຊຽນ ຈະສະເຫຼີມສະຫຼອງຄົບຮອບ 50 ປີ ແລະ ເປັນໂອກາດອັນດີທີ່ອາຊຽນ ຈະໄດ້ທົບທວນຜົນສຳເລັດ ຕະຫຼອດໄລຍະຜ່ານມາ ແລະ ເພື່ອເບິ່ງໄປໃນອະນາຄົດ ໂດຍຈາກຈຸດເລີ່ມຕົ້ນໃນປີ 1967 ເປັນການຮວມຕົວຂອງ 5 ປະເທດ ເພື່ອຈຸດປະສົງທາງດ້ານຄວາມໝັ້ນຄົງ ແລະ ຮັກສາສະຖຽນລະພາບພາຍໃນພາກພື້ນໃນປັດຈຸບັນ ທ້າຍປີ 2015 ອາຊຽນໄດ້ກາຍເປັນການເຊື່ອມໂຍງທາງດ້ານເສດຖະກິດທີ່ຫ້າວຫັນ ພາຍໃນ 10 ປະເທດ ແລະ ໄດ້ປະກາດສ້າງຕັ້ງເປັນປະຊາຄົມເສດຖະກິດອາຊຽນ ເຊິ່ງມຸ່ງເນັ້ນເພື່ອສ້າງເປັນຕະຫຼາດ ແລະ ຖານການຜະລິດ ໜຶ່ງດຽວໃນພາກພື້ນ ໂດຍການເຄື່ອນຍ້າຍສິນຄ້າ ການບໍລິການທຶນ ແລະ ແຮງງານທີ່ມີສີມືຢ່າງເສລີ.

    ไม่มีความคิดเห็น:

    แสดงความคิดเห็น