ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 31 สิงหาคม พ.ศ. 2559

    30/8/2016 ມອບລົດ BMW 60 ຄັນໃໝ່ ຈາກກຸ່ມບໍລິສັດໂຄລາວໃຫ້ນໍາໃຊ້ຊົວຄາວ ໃນໄລຍະກອງປະຊຸມສຸດຍອດອາຊຽນ

    ກຸ່ມບໍລິສັດໂຄລາວ, ບໍລິສັດລ້ານຊ້າງ ຂາເຂົ້າ-ຂາອອກ ຈຳກັດຕົວ ຕົວແທນຈຳໜ່າຍ ແລະ ນຳເຂົ້າລົດ BMW ຢ່າງເປັນທາງການໃນ ສປປ ລາວ ຮ່ວມກັບ BMW ປະຈຳພາກພື້ນອາຊີ ໄດ້ສະໜັບສະໜູນ ລົດຍີຫຍໍ້ BMW ຈຳນວນ 60 ຄັນ ເພືອຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຈະໄຂຂື້ນທີ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 6-8 ເດືອນ ກັນຍາ 2016.
    ພິທິມອບຮັບໄດ້ຈັດຂື້ນ ທີ່ ຫ້ອງການສຳນັກງານນາຍົກລັດຖະມົນຕີ, ນະຄອນຫລວງວຽງຈັນ ໃນວັນທີ 30 ສິງຫາ 2016 ລະຫວ່າງ ທ່ານ ຄຳຂັນ ນະພາວົງ ປະທານຜູ້ບໍລິຫານ ບໍລິສັດໂຄລາວ ແລະ ຕາງໜ້າໃຫ້ລັດຖະບານ ຄຳລາວັນືຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງການ ສຳນັກງານນາຍົກລັດຖະມົນຕີ.
    ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງການ ສນຍ ແລະ ທ່ານ ແອັກໂຊ ເພນສ ອຳນວຍການຜູ້ຈັດການກຸ່ມບໍລິສັດBMW ປະຈຳພາກພື້ນອາຊີ.
    ຂອບໃຈຂ່າວຈາກ:Page:Support Prime Minister Thongloun Sisoulith

    ไม่มีความคิดเห็น:

    แสดงความคิดเห็น