ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 24 สิงหาคม พ.ศ. 2559

    ນາຍົກທອງລຸນ ສີສຸລິດ ເນັ້ນກຳລັງ ປກສ ກຽມພ້ອມໃຫ້ດີ ແລະ ເຂັ້ມແຂງ ເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດອາຊຽນມີຄວາມສະຫງົບປອດໄພ.

    ໃຫ້ພະນັກງານນັກຮົບທຸກພາກສ່ວນຈົ່ງກະກຽມຄວາມພ້ອມໃຫ້ດີຮອບ ດ້ານ, ໂດຍສະເພາະຍົກສູງນ້ຳໃຈປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບພິຊອບສູງ, ມີເຕັກນິກ, ວິຊາການ-ວິຊາສະເພາະ ແລະ ສິລະປະຍຸດທີ່ດີ ເພື່ອເຮັດໜ້າທີ່ປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສຳຄັນປິ່ນອ້ອມອື່ນໆທີ່ປະເທດເຮົາເປັນເຈົ້າພາບເທື່ອນີ້ໃຫ້ມີຄວາມປອດໄພ 100% ແລະ ມີຜົນສຳເລັດຈົບງາມ, ຊຶ່ງທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນຢ່າງສູງຕໍ່ເຫລົ່າຮົບ
    ກຳລັງ ປກສ ຈະສາມາດຮັກສາໄດ້ມູນເຊື້ອທີ່ດີງາມ ແລະ ກ້າຫານຂອງຕົນໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານເໝືອນດັ່ງຮັບໃຊ້ປ້ອງກັນຫລາຍໆກອງປະຊຸມລະດັບພາກພື້ນ ແລະ ສາກົນທີ່ປະເທດເຮົາເຄີຍໄດ້ຮັບກຽດເປັນເຈົ້າພາບຈັດໃນໄລະຍະຜ່ານມາຈົນມີຜົນສຳເລັດດີ.

    ไม่มีความคิดเห็น:

    แสดงความคิดเห็น