ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 11 สิงหาคม พ.ศ. 2559

    ປ໊ອກບາ” ເຊັນສັນ­ຍາຮ່ວມທີມແມນຢູ 5 ປີ ຄ່າຕົວ 89 ລ້ານປອນ


    ປອນ ປ໊ອກບາ ກອງກາງທີມຊາດຝຣັ່ງ ເຊັນສັນ­ຍາຍ້າຍຈາກຢູເວນຕຸສ ກັບໄປຫຼິ້ນໃຫ້ ແມນເຊສເຕີ ຢູໄນເຕັດ ເປັນທີ່ຮຽບຮ້ອຍແລ້ວ ເມື່ອວັນທີ 9 ສິງ­ຫາທີ່ຜ່ານມາ ເປັນການສິ້ນສຸດການຊື້-ຂາຍທີ່ກອງເຊຍລຸ້ນມາຕັ້ງ­ແຕ່ທ້າຍລະ­ດູການກ່ອນ.
    ສື່ອັງ­ກິດລະ­ບຸວ່າ ປ໊ອກບາ ເຊັນສັນ­ຍາ 5 ປີ ຄ່າຕົວ 89 ລ້ານປອນ ສູງທີ່ສຸດໃນປະຫວັດສາດວົງການເຕະ­ບານ ລົບສະ­ຖິ­ຕິເດີມ 85 ລ້ານປອນ ເຊິ່ງ ຣີວ ມາດຣິດ ຈ່າຍໃຫ້ ທັອດແນມ ຮັອດສະເປີ ເພື່ອຄວ້າຕົວ ແກເຣັດ ເບວ ໄປຮ່ວມທີມເມື່ອປີ 2013.
    ປ໊ອກບາ ກ່າວວ່າ ແມນຢູໄນເຕັດ ຄືສະ­ໂມ­ສອນທີ່ເໝາະສົມທີ່ສຸດສຳ­ລັບຕົນ ເພາະເຊື່ອວ່າ ເປັນບ່ອນທີ່ຈະຊ່ວຍຢິບຍື່ນຄວາມສຳ­ເລັດທຸກຢ່າງທີ່ເຄີຍໄຝ່ຝັນໄວ້ໄດ້ ດີ­ໃຈທີ່ໄດ້ກັບມາຫຼິ້ນໃຫ້ແມນຯຢູ ອີກຄັ້ງ ເພາະເປັນໜຶ່ງທີມໃນດວງໃຈ ແລະ ຕັ້ງຕາລໍ­ຄອຍທີ່ຈະໄດ້ຮ່ວມວຽກກັບ ໂຈເຊ່ ມູຣິນໂຢ່ ຢ່າງຍິ່ງ.
    ນອກ­ຈາກນີ້ ປ໊ອກບາ ຍັງໂພສຂອບ­ໃຈທີມຢູເວນຕຸສ ໃນທວິດເຕີສ່ວນຕົວວ່າ ຂໍຂອບ­ໃຈສະ­ໂມ­ສອນ ແລະ ກອງເຊຍທຸກຄົນ ການກ່າວລາບໍ່ມີຄວາມໝາຍໃດໆ ເພາະເວ­ລາທີ່ເຄີຍໄດ້ໃຊ້ຮ່ວມກັນຕ່າງຫາກທີ່ສຳ­ຄັນທີ່ສຸດ.
    ດ້ານ ມູຣິນໂຢ່ ຜູ້ຈັດ­ການໃໝ່ ເຊິ່ງມີພາ­ລະ­ກິດພາ ແມນຢູ ກັບສູ່ຄວາມຍິ່ງໃຫຍ່ ກ່າວເຖິງການດຶງ ປ໊ອກບາ ທີ່ ແມນຢູເຄີຍຂາຍໃຫ້ຢູເວນຕຸສ ໃນລາ­ຄາຖືກໆເມື່ອປີ 2012 ວ່າ ເຊື່ອວ່ານັກເຕະໄວ 23 ປີ ມີສັກ­ກະຍະພາບທີ່ຈະເປັນຜູ້ຫຼິ້ນຫົວ­ໃຈສຳຄັນຂອງທີມ ນັບຈາກນີ້ໄປອີກກວ່າ 1 ທົດສະວັດ ເນື່ອງຈາກເປັນໜຶ່ງໃນນັກເຕະທີ່ດີທີ່ສຸດຂອງຍຸກປັດ­ຈຸ­ບັນ ມີທັງຄວາມໄວ ຄວາມແຂງແກ່ນ ສັນ­ຊາດຍານໃນການຍິງປະ­ຕູ ແລະ ອ່ານເກມໄດ້ເດັດ­ຂາດກວ່ານັກເຕະທີ່ອາ­ຍຸຫຼາຍກວ່າເຂົາຫຼາຍຄົນ.

    ไม่มีความคิดเห็น:

    แสดงความคิดเห็น