ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 11 สิงหาคม พ.ศ. 2559

    ຈະນຳໃຊ້ເຕັກໂນໂລຊີ IOT ເຂົ້າໃນການຈະລາຈອນຢູ່ຕົວເມືອງ


    ກອງປະຊຸມວິຊາການການນຳໃຊ້ເຕັກໂນໂລຊີ IOT ເຂົ້າໃນລະບົບຂົນສົ່ງ ແລະ ການຈະລາຈອນຕົວເມືອງໃນອະນາຄົດ ໄດ້ຈັດຂຶ້ນວັນທີ 9 ສິງຫາ 2016 ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍເປັນປະທານຂອງທ່ານ ສົມພອນ ກັນທະວົງ ຫົວໜ້າພາກວິສາວະກຳຄອມພີວເຕີ ແລະ ໄອທີ ຄະນະວິສະວະກຳສາດ ມຊ ແລະ ທ່ານ ຈຸນຈິ ນິຊິດະ ຫົວໜ້າສະຖາບັນຄົ້ນຄວ້າວິໄຈພັດທະນາສັງຄົມປະເທດຍີ່ປຸ່ນ (JRISS) ມີທ່ານຮອງຫົວໜ້າກົມຂົນສົ່ງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
    ການຈັດສຳມະນາຄັ້ງນີ້ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ຄວາມເປັນໄປໄດ້ໃນການນຳເອົາລະບົບເຕັກໂນໂລຊີ IOT ມານຳໃຊ້ເຂົ້າໃນວຽກງານການຄຸ້ມຄອງ ການຂົນສົ່ງ ແລະ ການຈະລາຈອນໃນຕົວເມືອງ ໂດຍມີຊ່ຽວຊານທີ່ມີຊື່ສຽງຈາກປະເທດຍີ່ປຸ່ນ ມາໃຫ້ຄວາມຮູ້ ແລະ ແລກປ່ຽນຄຳຄິດເຫັນ ເນື່ອງຈາກປັດຈຸບັນ JRISS ໄດ້ນຳເອົາລະບົບຕິດຕາມບອກຕຳແໜ່ງການໃຫ້ບໍລິການລົດເມ ແລະ WIFI Packet Sensor ເຊິ່ງເປັນລະບົບກວດສອບປະລິມານສະພາບການຈະລາຈອນ ໂຄງການດັ່ງກ່າວ ເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການໄຈກາ ສະນັ້ນ ທັງສອງລະບົບທີ່ນຳມາຕິດຕັ້ງໃນປັດຈຸບັນນີ້ ຖືວ່າເປັນລະບົບທີ່ທັນສະໄໝ ເປັນລະບົບທີ່ນຳໃຊ້ເຕັກໂນໂລຊີ IOT ທຸກຄົນສາມາດເຂົ້າເບິ່ງສະພາບການຈະລາຈອນຕິດຂັດໄດ້ໃນປັດຈຸບັນ ໂດຍສາມາດເຂົ້າໄປເບິ່ງທີ່ເວັບໄຊ “lao.busnavi” ລະບົບນີ້ ຈະຊ່ວຍໃຫ້ປະຊາຊົນສາມາດຕິດຕາມການໃຫ້ບໍລິການ ຈຸດຕຳແໜ່ງຂອງລົດເມໄດ້ ແລະ ຍັງສາມາດຊ່ວຍໃຫ້ເຂົ້າໃຈສະພາບການຈະລາຈອນໃນປັດຈຸບັນ ໄດ້ສະດວກຂຶ້ນກວ່າເກົ່າ

    ไม่มีความคิดเห็น:

    แสดงความคิดเห็น