ສະຖິຕິການສໍາຫລວດການອ່ານໜັງສື ແລະ ຊອກຮູ້ຮໍ່າຮຽນໂດຍອົງການຈັດຕັ້ງສາກົນເປັນຜູ້ດໍາເນີນການພົບວ່າຄົນລາວສ່ວນໃຫຍ່ບໍ່ມັກອ່ານໜັງສື ແຕ່ມັກເບິ່ງສື່ອອນລາຍ ແລະ ເບິ່ງໂທລະພາບຫລາຍກວ່າ ຂະນະທີ່ນັກຄົ້ນຄົ້ວດ້ານການພັດທະນາການສຶກສາ ແລະ ຊັບພະຍາກອນມະນຸດຊີ້ແຈງວ່າການອ່ານໜັງສືປະເພດຕ່າງໆຈະເຮັດໃຫ້ຄົນສະຫລາດຂຶ້ນ ແລະ ເບິ່ງໂລກໃນແງ່ດີຫລາຍຂຶ້ນ.
ແນວໃດກໍດີ ຫໍສະໝຸດແຫ່ງຊາດໄດ້ມີການລາຍງານວ່າຕົວເລກສະເລ່ຍໜ້ອຍທີ່ສຸດສໍາລັບໄວໜຸ່ມຍິງສາວ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆເຂົ້າມາໃຊ້ບໍລິການຄົ້ນຄົ້ວ ແລະ ອ່ານໜັງສືຢູ່ຫໍສະໝຸດດັ່ງກ່າວ ຖ້າປຽບທຽບກັບປະເທດເພື່ອນບ້ານໃນອາຊຽນ ເຖິງແມ່ນວ່າຫໍສະໝຸດຈະມີຕໍາລາ ແລະ ປື້ມຫລາຍຊະນິດທີ່ອຸດົມສົມບູນເພື່ອເປັນທາງເລືອກແກ່ເຂົາເຈົ້າກໍຕາມ.
ສະນັ້ນ ຄົນລາວຈໍານວນໜຶ່ງຈິ່ງມີຄວາມຮູ້ອອ້ມໂຕ ແລະ ການພິກໄຫວໃນເວທີສາກົນມີເຂດຈໍາກັດ. ໂດຍ:ຮັກຊາດ
ສະນັ້ນ ຄົນລາວຈໍານວນໜຶ່ງຈິ່ງມີຄວາມຮູ້ອອ້ມໂຕ ແລະ ການພິກໄຫວໃນເວທີສາກົນມີເຂດຈໍາກັດ. ໂດຍ:ຮັກຊາດ

ไม่มีความคิดเห็น:
แสดงความคิดเห็น