ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 10 สิงหาคม พ.ศ. 2559

    ເຜີຍແຜ່ ກ່ຽວກັບໂຄງການສ້າງທາງລົດໄຟ ລາວ-ຈີນ


    ຕອນເຊົ້າວັນທີ 10 ສິງຫາ ນີ້, ທີ່ນະຄອນຫຼວງວຽງຈັນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດເຝິກອົບຮົມເຜີຍແຜ່ເອກະສານນຳພາແນວຄິດກ່ຽວກັບ ການສ້າງທາງລົດໄຟ ລາວ-ຈີນ ເປັນກຽດເຜີຍແຜ່ໂດຍທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວໜ້າຄະນະປະສານງານໂຄງການສ້າງທາງລົດໄຟ ລາວ-ຈີນ ຊຶ່ງມີຄະນະພັກ, ຮອງເລຂາຄະນະພັກຫົວໜ້າຫ້ອງການເຂົ້າຮ່ວມ.
    ເພື່ອແນ່ໃສ່ໂຄສະນາສຶກສາອົບຮົມໃຫ້ພະນັກງານ ແລະ ສະມາຊິກພັກ ໃຫ້ເຂົ້າໃຈເຊື່ອມຊຶມກຳແໜ້ນ ກ່ຽວກັບໂຄງການສ້າງທາງລົດໄຟ ລາວ-ຈີນ ແລະ ເພື່ອເປັນການເສີມຂະຫຍາຍມູນເຊື້ອການພົວພັນອັນດີງາມ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຈີນ ໃຫ້ນັບມື້ມີຄວາມໜັກແໜ້ນ ແລະ ມີຄຸນນະພາບສູງຂຶ້ນ ໂຄງການສ້າງທາງລົດໄຟ ລາວ-ຈີນ ມີທັງໝົດ 33 ສະຖານີ, ໃນນີ້ 21 ສະຖານີຈະເປີດນຳໃຊ້ໃນໄລຍະຕົ້ນ ແລະ 12 ສະຖານີແມ່ນຈະເປີດໃນໄລຍະຕໍ່ໄປ. ໃນຈຳນວນ 33 ສະຖານີ ແມ່ນມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນໍາກັນ 11 ແຫ່ງ ແລະ ສະຖານີສິນຄ້າ ສະເພາະ 1 ແຫ່ງຢູ່ ນະຄອນຫຼວງວຽງຈັນ ຈຸດສະຫຼັບລາງ ແລະ ຈຸດຫຼີກແມ່ນມີທັງໝົດ 284 ແຫ່ງ.
    ທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວອີກວ່າ: ສປປ ລາວ ມີພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໝັ້ນຄົງ ທີ່ຕອບສະໜອງຍຸດທະສາດ ຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດກັບບັນດາພາກພື້ນ ແລະ ສາກົນ ທາງລົດໄຟ ລາວ-ຈີນ ຈະເປັນເຄື່ອງມືສຳຄັນໃນການດຶງດູດເອົານັກລົງທຶນຈາກຕ່າງປະເທດ ຊຶ່ງຈະເຮັດໃຫ້ ສປປ ລາວ ມີທຶນຮອນຫຼາຍຂຶ້ນ, ມີເຕັກໂນໂລຊີທັນສະໄໝ ແລະ ມີບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດສູງມາປະກອບສ່ວນພັດທະນາເສດຖະກິດຂອງລາວ ພ້ອມນັ້ນຍັງຈະມີທ່າແຮງໃນການສົ່ງເສີມການພົວພັນຮ່ວມມືການຄ້າ, ມີການແລກປ່ຽນສິນຄ້າ, ການໄປມາຫາສູ່ກັນ, ການທ່ອງທ່ຽວ, ການລົງທຶນກັບປະເທດອາຊຽນ ແລະ ສປ ຈີນ.
    ພາຍຫຼັງທີ່ມີການເຊັນບົດບັນທຶກຄວາມເຂົ້າໃຈຂອງລັດຖະບານສອງຝ່າຍແລ້ວ ແຕ່ລະຝ່າຍກໍ່ໄດ້ດຳເນີນການກະກຽມດ້ານຕ່າງໆຢ່າງເຄັ່ງຮ້ອນ, ໃນນີ້ວຽກງານສຳຫຼວດ-ອອກແບບແລວທາງ ແລະ ການກະກຽມບົດວິພາກເສດຖະກິດ-ເຕັກນິກໂຄງການ ແມ່ນເປັນວຽກງານສຳຄັນ ແລະ ຮີບດ່ວນ ຂອງການສຶກສາຄວາມເປັນໄປໄດ້ຂອງໂຄງການ ແມ່ນຕ້ອງຮັບປະກັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລາວ-ຈີນ, ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງອາຊຽນກັບຈີນ ເຮັດໃຫ້ ສປປ ລາວ ເປັນໃຈກາງເຊື່ອມຈອດກັບບັນດາປະເທດອ້ອມຂ້າງ ແລະ ເຊື່ອມຈອດກັບປະເທດອື່ນໆ. ພິທີວາງສີລາລຶກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 2 ທັນວາ 2015 ເພື່ອເປັນຂອງຂວັນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງຂອງສອງປະເທດ.

    ຂອບໃຈຂ່າວຈາກ:CRI-FM93

    ไม่มีความคิดเห็น:

    แสดงความคิดเห็น