ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 11 สิงหาคม พ.ศ. 2559

    ເບຼຊິນຈັດວາງກຳລັງທະຫານຄືນໃໝ່ເພື່ອຮັກສາຄວາມປອດໄພໂອລິມປີກ

    ວັນທີ 8 ສິງຫານີ້, ທ່ານ Mlichel Temer ຜູ້ວ່າການແທນປະທານາທິບໍດີເບຼຊິນໄດ້ອອກລັດຖະດຳລັດວ່າການດ້ວຍຈັດວາງກຳລັງພົນທີ່ປະຈຳຢູ່ຣີໂອ ແລະ ຂະຫຍາຍຂອບເຂດລາດຕະເວນ ເພື່ອຮັກສາຄວາມປອດໄພສະຖານນີແຂ່ງຂັນ, ເຂດທີ່ສຳຄັນ ແລະ ຈຸດຊົມທິວທັດໃນໄລຍະໂອລິມປີກ.
    ກະຊວງປ້ອງກັນປະເທດເບຼຊິນໄດ້ຈັດວາງທະຫານ 22 ພັນຄົນທີ່ປະກອບດ້ວຍທະຫານບົກ, ທະຫານເຮືອ ແລະ ທະຫານອາກາດປະຈຳການທັງຢູ່ບ້ານໂອລິມປິກ, ເສັ້ນທາງສາຍສຳຄັນ ແລະ ອ້ອມແອ້ມສະຖານີລົດ ໂດຍສານຕາມລັດຖະດຳລັດດັ່ງກ່າວ, ຂອບເຂດການລາດຕະເວນຈະຂະຫຍາຍຮອດຫາດຊາຍທະເລເກິພະຄະມານະ ເຊິ່ງເປັນເຂດທ່ອງທ່ຽວທີ່ຈັດເປັນສະໜາມແຂ່ງຂັນບານສົ່ງ, ສະໜາມບິນເຊິງຕູເມິງເຕິ ແລະ ເຂດສຳຄັນອື່ນໆ.
    ເພື່ອໃຫ້ມະຫະກຳກິລາໂອລິມປີກປະສົບຜົນສຳເລັດເປັນຢ່າງດີ, ເບຼຊິນໄດ້ໃຊ້ມາດຕະການສູງທີ່ສຸດ ໂດຍຈັດກຳລັງທະຫານ 85 ພັນຄົນເຂົ້າຮ່ວມຮັກສາຄວາມປອດໄພ.

    ไม่มีความคิดเห็น:

    แสดงความคิดเห็น