ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 11 สิงหาคม พ.ศ. 2559

    ເຈົ້າໜ້າທີ່ອົສຕຣາລີກ່າວວ່າ: ຍົນໂດຍສານ MH370 ຢູ່ໃນສະພາບປອດຜູ້ຂັບຂີ່ກ່ອນຕົກ

    ວັນທີ 9 ສິງຫານີ້, ທ່ານ ເກຣັກຮຸດ ຫົວໜ້າກົມຄວາມປອດໄພດ້ານການຂົນສົ່ງອົສຕຣາລີໃຫ້ສຳພາດຕໍ່ນັກຂ່າວວ່າ: ຍົນໂດຍສານ MH370 ຂອງບໍລິສັດການບິນມາເລເຊຍທີ່ຫາຍສາບສູນນັ້ນຢູ່ໃນສະພາບປອດຜູ້ຂັບຂີ່ກ່ອນຕົກ,ແຕ່ຈາກນັ້ນກໍໄດ້ຕົກລົງທະເລຢ່າງໄວວາ.
    ຂ່າວແຈ້ງວ່າ: ຜ່ານການວິເຄາະຂໍ້ມູນຕໍ່ການລອກແບບສະພາບການບິນສະແດງໃຫ້ເຫັນວ່າ: ຫຼັງຈາກຍົນໂດຍສານ MH370 ນ້ຳມັນໝົດແລ້ວກໍໄດ້ເລີ່ມຕົກຈາກທ້ອງຟ້າທີ່ສູງປະມານ 10.668 ແມັດຢ່າງວ່ອງໄວດ້ວຍຄວາມໄວ 3657.6 ແມັດຫາ 6096 ແມັດຕໍ່ນາທີ ແລະສຸດທ້າຍກໍຕົກລົງທະເລແລະຈົມໃນທີ່ສຸດ.
    ທ່ານ ເກຣັກຮຸດ ກ່າວວ່າ: "ພວກເຮົາໄດ້ວິເຄາະສັນຍານສຸດທ້າຍແລະໄດ້ຮັບຜົນການສະຫຼຸບວ່າຍົນໂດຍສານຢູ່ໃນສະພາບປອດຜູ້ຂັບຂີ່ໃນຂະນະສຸດທ້າຍ" ຍົນໂດຍສານອາດຈະຕົກຢູ່ເຂດຄົ້ນຫາທີ່ເປັນບຸລິມະສິດໃນເນື້ອທີ່ 1 ແສນ 2 ໝື່ນກິໂລຕາແມັດ.
    ປັດຈຸບັນ,ພວມດຳເນີນການຊອກຄົ້ນຫາຍົນຢູ່ໃຕ້ພື້ນມະຫາສະໝຸດອິນເດຍ ແລະ ເຫຼືອແຕ່ເຂດທະເລທີ່ເປັນເຂດຊອກຄົ້ນຫາບຸລິມະສິດໃນເນື້ອທີ່ 1 ໝື່ນກິໂລຕາແມັດທີ່ຍັງບໍ່ສຳເລັດເທື່ອ.

    ไม่มีความคิดเห็น:

    แสดงความคิดเห็น