ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕຳຫຼວດ ປະຈຳດ່ານສາກົນນ້ຳພ້າວ-ເກົາແຈວ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງໄດ້ກວດລົດເຂົ້າ-ອອກເມືອງ ໄດ້ພົບເຫັນລົດບັນທຸກຊີມັງ( ປູນ ) ໝາຍເລກທະບຽນ 37c-117-10 ຂັບຂີ່ໂດຍທ້າວ ດິງວັນທຽນ ອາຍຸ 30 ປີ ອາຊີບຂັບລົດ ຄົນສັນຊາດຫວຽດນາມກຳລັງຂັບລົດແລ່ນເຂົ້າດ່ານກວດ ເພື່ອຈະອອກໄປປະເທດຫວຽດນາມ ເຈົ້າໜ້າທີ່ໄດ້ເຂົ້າກວດກາຈຶ່ງຮູ້ວ່າລົດຄັນດັ່ງກ່າວ ບັນທຸກໄມ້ໄວ້ພາຍໃນລົດ. ເຈົ້າໜ້າທີ່ໄດ້ນຳເອົາລົດຄັນດັ່ງກ່າວກັບຄືນໄປກວດກາຢູ່ດ່ານພາສີ 505ປະຈຳຢູ່ບ້ານໂພນແພງ ເມືອງຄຳເກີດ ແຂວງບໍລິຄຳໄຊ ຜ່ານການກວດກາຕົວຈິງ ລົດຄັນດັ່ງກ່າວແມ່ນມີໄມ້ ເປັນປະເພດໄມ້ດູ່ຈຳນວນ 598 ໂຕ, ນ້ຳຫນັກ 7,270 kg, ທາງເຈົ້າຫນ້າທີ່ຈິງໄດ້ກັກຕົວຜູ້ຂັບຂີ່ໄວ້ເພື່ອດຳເນີນການ ສືບສວນ-ສອບສວນ.
----
ລາຍລະອຽດເພີ່ມ ຕິດຕາມຢູ່ໜ້າໜັງສືພິມເສດຖະກິດການຄ້າ ສະບັບອອກວັນທີ 10 ສິງຫາ 2016
----
ລາຍລະອຽດເພີ່ມ ຕິດຕາມຢູ່ໜ້າໜັງສືພິມເສດຖະກິດການຄ້າ ສະບັບອອກວັນທີ 10 ສິງຫາ 2016

ไม่มีความคิดเห็น:
แสดงความคิดเห็น