ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 10 สิงหาคม พ.ศ. 2559

    ຂ່າວດີຮັບເຊົ້າວັນເສົາ, Pokémon GO ເກມດັງຍອດດາວໂຫຼດທະລຸ 100 ລ້ານເທື່ອພາຍຫຼັງເປີດຕົວເດືອນດຽວ ໄດ້ເປີດໃຫ້ປະເທດລາວຫຼິ້ນຢ່າງເປັນທາງການແລ້ວ

    ຂ່າວດີຮັບເຊົ້າວັນເສົາ, Pokémon GO ເກມດັງຍອດດາວໂຫຼດທະລຸ 100 ລ້ານເທື່ອພາຍຫຼັງເປີດຕົວເດືອນດຽວ ໄດ້ເປີດໃຫ້ປະເທດລາວຫຼິ້ນຢ່າງເປັນທາງການແລ້ວ
    ຕົວເກມເປັນເກມແບບ AR (Augmented Reality) ປະສົມປະສານກັບສະຖານທີ່ແທ້ ເຮັດໃຫ້ຜູ້ຫຼິ້ນຕ້ອງໄດ້ອອກຈາກບ້ານໄປຕາມຫາ Pokémon ຕາມສະຖານທີ່ຕ່າງໆ
    ສຳລັບຜູ້ທີ່ຢູ່ນະຄອນຫຼວງວຽງຈັນຄົງຈະຫຼິ້ນມ່ວນເພາະມີ PokéStop ແລະ Gym ຫຼາຍ, ສ່ວນຕ່າງແຂວງຄົງຈະຍາກ ເພາະມີໜ້ອຍ ຖ້າທາງທີມພັດທະນາເປີດໃຫ້ເພີ່ມໃໝ່ໄດ້ຄົງຈະດີ
    ຜູ້ທີ່ສົນໃຈສາມາດດາວໂຫຼດເກມໄດ້ຈາກ Play Store ສຳລັບ Android ແລະ App Store ສຳລັບ iOS
    ໝາຍເຫດ: ຜູ້ຫຼິ້ນຄວນໃຊ້ຄວາມລະມັດລະວັງໃນລະຫວ່າງຫຼິ້ນ ບໍ່ຄວນຂັບລົດ ຫຼື ຫຼິ້ນໃນບ່ອນທີ່ມີຄວາມອັນຕະລາຍເຊັ່ນ ຕາມຖະໜົນຫົນທາງ ຫຼື ບ່ອນປ່ຽວ. ພຶງລະນຶກສະເໝີວ່າຄວນໃຫ້ຄວາມເຄົາລົບຕໍ່ບາງສະຖານທີ່ທີ່ຫຼິ້ນ ແລະ ບໍ່ຄວນເຂົ້າໄປໃນສະຖານທີ່ທີ່ເປັນສ່ວນຕົວ ຫຼື ຫ້າມເຂົ້າ.

    ไม่มีความคิดเห็น:

    แสดงความคิดเห็น