ຫຼາຍໆຄົນອາດຈະຍັງບໍ່ຮູ້ວ່າ ກ່ອນໜ້ານີ້ ບໍລິສັດຍັກໃຫຍ່ແບບ Apple ກໍ່ມີບັນຊີທວິດເຕີ້ເປັນຂອງຕົນເອງ ໃນຊື່ @Appleເຊິ່ງເປີດບັນຊີມາຕັ້ງແຕ່ເດືອນກັນຍາ 2011.

ຕັ້ງແຕ່ຕອນນັ້ນມາ ບັນຊີກໍ່ບໍ່ມີຄວາມເຄື່ອນໄຫວຫຍັງເລີຍ, ຮູບໂປຣໄຟລ໌ ແລະ ຮູບໜ້າປົກ ກໍ່ຍັງເປັນຮູບທີ່ເປັນມາຕະຖານຂອງບັນຊີໃໝ່ Twitter ຢູ່ ແລະ ລ່າສຸດ 5 ປີຜ່ານໄປ Apple ກໍ່ໄດ້ມີການເລີ່ມເຄື່ອນໄຫວບັນຊີທວິດເຕີ້ @Apple ໂດຍການປ່ຽນຮູບໂປຣໄຟລ໌ເປັນໂລໂກ້ຂອງ Apple ແລະ ຮູບໜ້າປົກ ໃຫ້ເປັນພື້ນຫຼັງຂອງງານເປີດໂຕ ທີ່ຈະຈັດຂຶ້ນໃນວັນທີ 7 ກັນຍານີ້, ທັງນີ້ບັນຊີຍັງເປັນສະຖານະ “Verified”.

ເຖິງແມ່ນວ່າຈະມີການເຄື່ອນໄຫວແລ້ວ ແຕ່ຕອນນີ້ກໍ່ຍັງບໍ່ໄດ້ມີການທວີດຂໍ້ຄວາມໃດໆ ເຊິ່ງຄາດການວ່າ Apple ຈະໃຊ້ບັນຊີນີ້ ເພື່ອການໂປຣໂມດສິນຄ້າທີ່ຈະເປີດໂຕໃນອີກບໍ່ດົນນີ້.
ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com/
ไม่มีความคิดเห็น:
แสดงความคิดเห็น