Turing Phone Cadenza ເປັນສະມາດໂຟນ ທີ່ສະເປັກຟັງແລ້ວເຫຼືອເຊື່ອ ເພາະຈົດໝາຍຂ່າວຈາກບໍລິສັດ Turing Robotic Industries ທີ່ສົ່ງໃຫ້ບັນດາສື່ຕ່າງໆນັ້ນ ຫ່າງໄກຈາກສະເປັກສະມາດໂຟນທີ່ຂາຍຢູ່ປະຈຸບັນຢ່າງຫຼວງຫຼາຍ.

ເລີ່ມທີ່ CPU ທີ່ປະກາດວ່າຈະໃຊ້ Snapdragon 830 ໃສ່ມາ 2 ໂຕ ເພື່ອປະມວນຜົນລະດັບ 16 Kryo cores, ກ້ອງຫຼັງ iMAX 6K Quad Rear Camera, Triplet Lens/T1.2, ກ້ອງຄູ່ດ້ານໜ້າຄວາມລະອຽດ 20MP, ແຣມຈັດເຕັມທີ່ 12GB DDR4, ໜ່ວຍຄວາມຈຳພາຍໃນ 512GB, ຂະຫຍາຍເພີ່ມດ້ວຍ MicroSD ອີກ 2 ຮູ, ແບັດແບບໃໝ່ 100Wh ໃຊ້ Graphene ແລະ Hydrogen fuel ເປັນແຫຼ່ງພະລັງງານ ແລະ ໃຊ້ງານພ້ອມກັນໄດ້ເຖິງ 4 ຊິມກາດ. ເປັນແນວໃດກັນແນ່ກັບສະເປັກທີ່ປະກາດອອກມາ ຖ້າເຮັດໄດ້ຂະໜາດນີ້ແທ້ກໍ່ຖືວ່າສຸດຍອດຫຼາຍ.

ລະບົບປະຕິບັດການບໍ່ແມ່ນ Android ແຕ່ເປັນ Swordfish OS ລະບົບປະຕິບັດການທີ່ຕໍ່ຍອດມາຈາກ Sailfish ເຊິ່ງພັດທະນາໂດຍມີ AI deep learning ເປັນອົງປະກອບ.
ທຸກຢ່າງທີ່ກ່າວມາເປັນຂໍ້ມູນຈາກ Turing ໂດຍກົງ ຖ້າເປັນເລື່ອງຂີ້ຕວັະ ບໍລິສັດກໍ່ຈະເສຍຊື່ ແລະ ກາຍເປັນໂຕຕະຫຼົກໃນວົງການໄປເລີຍລະ ກໍ່ຕ້ອງໄດ້ຖ້າເບິ່ງກັນໄປວ່າປີໜ້າເຮົາຈະໄດ້ເຫັນ Turing Phone Cadenza ອອກມາໄດ້ສະເປັກຕາມນີ້ ຫຼື ບໍ່.
ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com/
ไม่มีความคิดเห็น:
แสดงความคิดเห็น