ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอาทิตย์ที่ 4 กันยายน พ.ศ. 2559

    ເຄີຍໄດ້ຍິນຄໍາວ່າປັນຍາປະດິດ ຫຼື AI ບໍ່?

    ເຊື່ອໄດ້ເລີຍວ່າສຳລັບຄົນທີ່ມັກຮັກໃນເລື່ອງໄອທີແລ້ວ ຕ້ອງເຄີຍໄດ້ຍິນຄຳວ່າ: ປັນຍາປະດິດ ຫຼື AI ແຕ່ເຊື່ອວ່າຍັງມີຫຼາຍຄົນ ທີ່ຍັງບໍ່ຮູ້ຄວາມໝາຍໂດຍລະອຽດ. ດັ່ງນັ້ນ, ມື້ນີ້ເຮົາມາຮູ້ຈັກຄຳນີ້ນຳກັນໃຫ້ແໜ້ນຂຶ້ນກັນເລີຍ.
    ai-1
    AI : Artificial Intelligence ຫຼື ປັນຍາປະດິດ ເຊິ່ງເປັນຂະແໜງການໜຶ່ງຂອງວິທະຍາສາດຄອມພິວເຕີ ທີ່ເຮັດໃຫ້ຄອມພິວເຕີມີຄວາມສາມາດຄ້າຍກັບມະນຸດ ຫຼື ຮຽນແບບພຶດຕິກຳມະນຸດ ໂດຍສະເພາະແມ່ນຄວາມສາມາດໃນການຄິດເອງໄດ້ ຫຼື ມີປັນຍານັ້ນເອງ ເຊິ່ງປັນຍານີ້ແມ່ນມະນຸດເປັນຜູ້ສ້າງໃຫ້ກັບຄອມພິວເຕີ ຈຶ່ງເອີ້ນວ່າ: “ປັນຍາປະດິດ”. ໂດຍປົກກະຕິແລ້ວ AI ສາມາດແບ່ງອອກເປັນ 4 ກຸ່ມໄດ້ດັ່ງນີ້:
    ai-IBM-Watson-2

    Acting Humanly: ການກະທຳທີ່ຄ້າຍມະນຸດ

    • ສື່ສານກັບມະນຸດ ດ້ວຍພາສາທີ່ມະນຸດໃຊ້.
    • ມີປະສາດສຳຜັດຄ້າຍມະນຸດ.
    • ຫຸ່ນຍົນຊ່ວຍງານຕ່າງໆເຊັ່ນ: ດູດຝຸ່ນ, ຍ້າຍສິ່ງຂອງ ເປັນຕົ້ນ.
    • Machine Learning ຫຼື ຄອມພິວເຕີເກີດການຮຽນຮູ້ໄດ້ ໂດຍສາມາດກວດຈັບຮູບແບບການເກີດເຫດການໃດໆ ແລ້ວປັບສູ່ສະພາບແວດລ້ອມທີ່ປ່ຽນໄປໄດ້.

    Thinking Humanly: ການຄິດຄ້າຍຄືກັບມະນຸດ

    ກ່ອນທີ່ຈະເຮັດໃຫ້ເຄື່ອງຄິດຄືກັນກັບມະນຸດໄດ້ ຕ້ອງຮູ້ກ່ອນວ່າມະນຸດມີຂະບວນການຄິດໄດ້ຢ່າງໃດ. ເຊິ່ງການວິເຄາະລັກສະນະການຄິດຂອງມະນຸດເປັນສາດດ້ານ Cognitive Science ເຊັ່ນ: ສຶກສາໂຄງສ້າງສາມມິຕິຂອງເຊລສະໝອງ, ການແລກປ່ຽນປະຈຸໄຟຟ້າລະຫວ່າງເຊລສະໝອງ, ວິເຄາະການປ່ຽນແປງທາງເຄມີໄຟຟ້າໃນຮ່າງກາຍລະຫວ່າງການຄິດ. ເຊິ່ງໃນປະຈຸບັນຄົນເຮົາຍັງບໍ່ຮູ້ແນ່ຊັດວ່າ ມະນຸດເຮົາຄິດໄດ້ຢ່າງໃດ.

    Thinking rationally: ການຄິດຢ່າງມີເຫດຜົນ

    ກໍ່ຄືການຄິດຢ່າງຖືກຕ້ອງ ໂດຍໃຊ້ຫຼັກການຕັກກະສາດໃນການຄິດຫາຄຳຕອບຢ່າງມີເຫດຜົນເຊັ່ນ: ລະບົບຜູ້ຊ່ຽວຊານ.

    Acting rationally: ການກະທຳຢ່າງມີເຫດຜົນ

    ກໍ່ຄືການເຮັດສິ່ງໃດໜຶ່ງໂດຍອີງໃສ່ຫຼັກການຢ່າງມີເຫດຜົນ, ເຮັດໃນສິ່ງທີ່ເໝາະສົມ ແລະ ຖືກຕ້ອງທີ່ສຸດ ເພື່ອໄປຍັງເປົ້າໝາຍທີ່ຕັ້ງໄວ້ເຊັ່ນ: ການເລືອກເດີນທາງໄປຍັງເປົ້າໝາຍ ດ້ວຍໄລຍະທາງທີ່ສັ້ນ ແລະ ປອດໄພສຸດ, ການວາງແຜນວ່າຄວນເຮັດແນວໃດ ເພື່ອເຮັດໃຫ້ເຮົາຊະນະການແຂ່ງຂັນໃດໜຶ່ງ ເປັນຕົ້ນ.
     ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com/
    ຂອບໃຈແຫຼ່ງຂ່າວຈາກ: mahidol

    ไม่มีความคิดเห็น:

    แสดงความคิดเห็น