BrandZ ຈັດອັນດັບແບຣນທີ່ມີມູນຄ່າສູງທີ່ສຸດໃນໂລກຂອງປີ 2016 ໂດຍໃນ 10 ອັນດັບທຳອິດ ຍັງຄົງເປັນແບຣນທີ່ຢູ່ໃນກຸ່ມເທັກໂນໂລຢີເປັນສ່ວນໃຫຍ່. ແຕ່ປີນີ້ມີການສະຫຼັບກັນລະຫວ່າງອັນດັບ 1 ແລະ ອັນດັບ 2, ໂດຍມີມູນຄ່າຕ່າງກັນຫຼັກຮ້ອຍລ້ານໂດລ່າ. ເຮົາລອງໄປເບິ່ງກັນເລີຍວ່າມີແບຣນໃດ ຕິດອັນດັບ 1 ໃນ 10 ກັນແນ່.
10ອັນດັບ 10 IBM
ເປັນແບຣນທີ່ມີມູນຄ່າຫຼຸດລົງ 13% ໃນປີ 2015 ແລະ ຫຼຸດລົງຢ່າງຕໍ່ເນື່ອງອີກ 8% ໃນປີ 2016 ເຮັດໃຫ້ແບຣນຢູ່ໃນອັນດັບ 10 ແລະ ມີມູນຄ່າຢູ່ທີ່ $86.2 ຕື້.
9ອັນດັບ 9 McDonald’s
ບໍລິສັດອາຫານ ແລະ ເຄື່ອງດື່ມ ທີ່ພະຍາຍາມເພີ່ມທາງເລືອກຂອງອາຫານໃຫ້ກັບຜູ້ບໍລິໂພກ ບໍ່ວ່າຈະເປັນເຄື່ອງດື່ມ McCafe ຫຼື ອາຫານເຊົ້າ. ເຮັດໃຫ້ແບຣນມີມູນຄ່າທີ່ເພີ່ມຂຶ້ນ 9% ຈາກປີກ່ອນ ຢູ່ທີ່ $88.6 ຕື້.
8ອັນດັບ 8 Verizon
ເປັນບໍລິສັດໂທລະຄົມມະນາຄົມ ທີ່ໄດ້ພະຍາຍາມເພີ່ມເນື້ອຫາໃຫ້ກັບລູກຄ້າຢ່າງຕໍ່ເນື່ອງ ນອກເໜືອຈາກການໃຊ້ງານແຕ່ໂທລະສັບ. ໂດຍປີນີ້ມີມູນຄ່າແບຣນທີ່ເພີ່ມຂຶ້ນ 8% ຢູ່ທີ່ $93.2 ຕື້.
7ອັນດັບ 7 Amazon
ເປັນຄັ້ງທຳອິດທີ່ຂຶ້ນມາຕິດອັນດັບທີ 1 ໃນ 10 ຂອງແບຣນທີ່ມີມູນຄ່າສູງທີ່ສຸດໃນປີ 2016, ຫຍັບຂຶ້ນມາຈາກອັນດັບທີ 14, ເພີ່ມຂຶ້ນເຖິງ 59% ແລະ ມີມູນຄ່າແບຣນຢູ່ທີ່ $98.9 ຕື້.
6ອັນດັບ 6 Visa
ບໍລິສັດທີ່ຍັງຄົງພັດທະນາການຊຳລະເງິນໃນຮູບແບບຕ່າງໆ, ຕົວຢ່າງເຊັ່ນ: ລ່າສຸດໄດ້ທົດສອບ “debit ring” ເຊິ່ງເປັນອຸປະກອນສວມໃສ່, ສາມາດໃຊ້ແທນບັດເຄຣດິດ ທີ່ເຮົາໃຊ້ກັນຢູ່ປະຈຸບັນໄດ້. ນອກຈາກນີ້ ຍັງເປັນແບຣນທີ່ລູກຄ້າໃຫ້ຄວາມເຊື່ອໝັ້ນ ເລື່ອງການຮັກສາຄວາມປອດໄພໃນການຊຳລະເງິນອອນລາຍ. ມູນຄ່າແບຣນໄດ້ຫຍັບຂື້ນຈາກປີທີ່ແລ້ວທີ່ 10% ແລະ ມີມູນຄ່າແບຣນຢູ່ທີ່ $100.8 ຕື້.
5ອັນດັບ 5 Facebook
ຂຶ້ນມາຕິດອັນດັບ 1 ໃນ 10 ຄັ້ງທຳອີດໃນການຈັດອັນດັບຂອງ BrandZ. ໂດຍປີທີ່ແລ້ວມູນຄ່າແບຣນຢູ່ທີ່ອັນດັບທີ 12, ປີນີ້ຂຶ້ນມາທີ 5, ຄິດເປັນການເຕີບໃຫຍ່ຂຶ້ນ 44% ເພາະດ້ວຍການພັດທະນາເນື້ອຫາໃໝ່ໆຢ່າງຕໍ່ເນື່ອງ ເພື່ອການເຊື່ອມຕໍ່ຫາກັບໝູ່ໆ ແລະ ເຮັດໃຫ້ຜູ້ໃຊ້ງານເຂົ້າຫາກັນໄດ້ງ່າຍຂຶ້ນ. ນອກຈາກນີ້ Facebook ຍັງເປັນເຈົ້າຂອງໂຊຊຽວອື່ນໆເຊັ່ນ: Instagram ແລະ WhatsApp ແຕ່ທາງຜູ້ຈັດອັນດັບບໍ່ໄດ້ນັບລວມມູນຄ່າທັງໝົດ, ເຮັດໃຫ້ Facebook ພຽງແບຣນດຽວມີມູນຄ່າ $102.6 ຕື້. ຖ້າລວມ ຊິບໍ່ຂຶ້ນເປັນອັບດັບ 1 ເລີຍບໍ່ນໍ້.
4ອັນດັບ 4 AT & T
ເປັນບໍລິສັດໂທລະຄົມມະນາຄົມລາຍໃຫຍ່ຂອງອາເມຣິກາ ເຊິ່ງນອກເໜືອຈາກການໃຊ້ງານໂທລະສັບແລ້ວ ປະຈຸບັນຜູ້ບໍລິໂພກຍັງໃຊ້ງານເພື່ອຄວາມບັນເທີງຫຼາຍຂຶ້ນ ເຮັດໃຫ້ແບຣນມີມູນຄ່າທີ່ເພີ່ມຂຶ້ນ ຄິດເປັນ 20%, ຂຶ້ນມາຈາກອັນດັບທີ 6 ເມື່ອປີທີ່ແລ້ວ ແລະ ແບຣນມີມູນຄ່າຢູ່ທີ່ $107 ຕື້.
3ອັນດັບ 3 Microsoft
ຍັງຄົງຮັກສາຕໍາແໜ່ງຢູ່ທີ່ 3 ຕໍ່ເນື່ອງກັນ 2 ປີ, ສຳລັບປີນີ້ແບຣນມີມູນຄ່າເພີ່ມຂຶ້ນ 5% ແລະ ມີມູນຄ່າຢູ່ທີ່ $122 ຕື້.
2ອັນດັບ 2: Apple’s
ເຖິງຈະມີຍອດຂາຍ iPhone ແລະ ບັນດາອຸປະກອນຕ່າງໆໄດ້ຫຼາຍລ້ານເຄື່ອງ ແຕ່ການຮັບຮູ້ຕໍ່ແບຣນມີການຫຼຸດລົງ 8% ຕົກລົງມາຈາກອັນດັບ 1 ແລະ ແບຣນທີ່ມີມູນຄ່າຢູ່ທີ່ $228 ຕື້.
1ອັນດັບ 1: Google
ທີ່ຂຶ້ນມາຈາກອັນດັບທີ 2 ເມື່ອປີກ່ອນ, ມີມູນຄ່າແບຣນເຖິງ $229 ຕື້, ເພີ່ມຈາກປີກ່ອນເຖິງ 32%. ນອກຈາກນີ້ບໍລິສັດ dominates online search ຍັງຈັດອັນດັບໃຫ້ Google ເປັນບໍລິສັດທີ່ມີນາຍຈ້າງທີ່ດີທີ່ສຸດໃນໂລກອີກດ້ວຍ.
ນອກຈາກ 10 ອັນດັບແບຣນທີ່ມີມູນຄ່າສູງສຸດໃນປີ 2016 ແລ້ວ, ຍັງມີອີກ 90 ແບຣນຊັ້ນນຳທີ່ຕິດ 1 ໃນ 100 ເຊິ່ງສາມາດເບິ່ງລາຍລະອຽດເພີ່ມຕື່ມໄດ້ທີ່ http://wppbaz.com/charting/19
ຂອບໃຈແຫຼ່ງຂ່າວຈາກ: http://www.devcrown.com/
ไม่มีความคิดเห็น:
แสดงความคิดเห็น