ຄົງຈະເຄີຍເບິ່ງຫນັງ ຫຼື ຫນັງຕ່າງປະເທດແນວສືບສວນຫລາຍເລື່ອງພໍສົມຄວນແລ້ວ ຫລາຍເທື່ອທີ່ເຮົາເຫັນສາກການຕາມຫາຄົນແລ້ວດຶງພາບຈາກກ້ອງວົງຈອນປິດ ຫຼື ກ້ອງມືຖືທີ່ໃດ່ທີ່ຫນຶງແລ້ວເຫັນພາບບຸກຄົນເປົ້າຫມາຍບໍແຈງ ເຫັນແຕ່ເມັດພິກເຊວຄືກັບພາບໂມເສດ ຈາກນັ້ນທ່າງເຈົາຫນ້າທີກໍຊູມພາບ ຊູມແລ້ວຊູມອີກ ແລ້ວໃຊ້ Software ປັບແຕ່ງພາບໃຫ້ມີຄວາມຊັດເຈນຫຼາຍຂືນ ຈາກພາບທີມົວຫລືບໍ່ແຈງກໍສາມາດເຫັນພາບຊັດເຈນທີສາມາດລະບຸກຄົນທີ່ສົງໃສ ມື້ນີ້ຢາກບອກໃຫ້ຮູ້ວ່າເລື່ອງພວກນີ້ບໍ່ໄດ້ຂີໂມ້ເກີນຄວາທເປັນຈິງເທົ່າໃດ ຕົວຢ່າງໂປຣແກມຂອງຊາຍຜູ້ໜຶງທີມີຊື່ວ່າ: David Garcia
ສິ່ງທີ່ Garcia ເຮັດຄືການສ້າງປັນຍາປະດິດທີຮຽນຮູ້ໄດ້ແບບ deep learning ເຊິງເຮັດໃຫ້ການຮຽນຮູ້ໃນຫນ້າຂອງມະນຸດຫລາຍກວ່າ130,000 ພາບ ຫລັງຈາກນັ້ນເມື່ອ ໃຊ້ຂໍ້ມູນພາບໃບຫນ້າບຸກຄົນມາຫລົດຂະໜາດລົງ 16x16 ພິກເຊວ ຊຶງໄດ້ພາບທີ່ບໍແຈງ ແບບໂມເສດເຊິງເບິ່ງບໍອອກວ່າແມ່ນໃບຫນ້າຂອງໃຜ່ ແລ້ວປ້ອນພາບທີລົດຂະໜາດແລ້ວໃຫ້ໂປຣແກມທຳການວິເຄາະ ມັນຈະທຳການສ້າງພາບໃບຫນ້າທີຄົມໍັດຂືນເປັນຂະໜາດ 64x64 ພິກເຊວໄດ້ ຊຶງແມໃບຫນ້າທີ່ໂປຣແກມສ້າງຂື້ນມາຈະບໍແມ່ນພາບໃບຫນ້າດຽວກັບພາບຕົນສະບັບ ແຕ່ກໍ່ມີຄວາມໃກຄຽງກັນ
- ແຖວ A ຄືພາບຂະໜາດ 16*16 ພິເຊວທີ່ຖືກປ້ອນໃຫ້ໂປຣແກມທຳການວິເຄາະ
- ແຖວ B ຄືພາບທີ່ຜ່ານການແກ້ໄຂ bicubic interpolation ເຊິງເຮັດໃຫ້ພາບເບິງນຽນ
- ແຸວ C ຄືພາບທີໄດ້ຈາກການສ້າງຂອງປັນຍາປະດິດ
- ແຖວ D ຄືພາບຕົນສະບັບ
ຈາກພາບຕົວຢ່າງການວິເຄາະແລະສ້ງພາບໂດຍໂປຣແກມ 8 ຊຸດດ້ານເທິງ ແມພາບທີໄດ້ຈາກແຖວ C ຈະບໍ່ຄືກັບພາບຕົນສະບັບໃຈແຸວ D ແຕ່ພາບຈາກການສ້ງຂອງຄອມພີວເຕີສວນຫຼາຍກໍເບິ່ງເປັບພາບຄົນ ແລະ ໃກ້ຄຽງກັບພາບຕົນສະບັບຢູ່ບໍນ້ອຍ ຍິ່ງເມື່ອຄິດວ່ານີ້ເປັນການສຶກສາພາບໃບຫນ້າແຕ່ 130,000 ພາບເທົ່ານັ້ນ ຫາກມີການພັດທະນາຢ່າງແທ້ຈິງ ແລະ ໃຊຸ້ານຂໍ້ມູນພາລະດັບ100 ລ້ານ ຫຼື ພັນລ້ານພາບກໍ່ຈະໄດ້ພາບທີມີປະສິດທີພາບຫລາຍຂື້ນ
Garcia ໄດ້ເພຍແພຜົນງານຂື້ນບົບ Github ໃຜ່ສົນໃຈທີ່ຈະນຳມາລອງຫລິນ ຫຼື ພັດທະນາຕໍກໍຕາມຄວ່ມສະດວກ ຊຶ່ງກໍນ່າສົນໃຈວ່ານອກເຫນືອຈາກພາບໃບຫນ້າຄົນແລ້ວ ມັນຈະສາມາດຮຽນຮູ້ພາບອື້ນໆ ແລະ ທຳການປຽນພາບໂມເສດຂອງສິ່ງນັ້ນໃຫ້ກາຍເປັນພາບທີຊັດເຈນຂື້ນໄດ້ເຊັນດຽວບໍ່
ທີ່ມາ - Ubergizmo
ທີ່ມາ - blognone

ไม่มีความคิดเห็น:
แสดงความคิดเห็น