ຂປລ. ກອງປະຊຸມສຸດຍອດທຸລະກິດແລະການລົງທຶນອາຊຽນໄດ້ໄຂຂຶ້ນໃນວັນທີ 5 ກັນຍາ 2016 ທີ່ໂຮງແຮມເມືອງແທງນະຄອນຫລວງຫລວງວຽງຈັນ ເຊິ່ງໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍທ່ານທອງລຸນສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ ພ້ອມດ້ວຍຜູ້ບໍລິຫານ ພາກທຸລະກິດອາຊຽນ ແລະ ຄູ່ເຈລະຈາເຂົ້າຮ່ວມ ເພື່ອປຶກສາຫາລືການຫັນວິໄສທັດ ຂອງປະຊາຄົມເສດຖະກິດອາຊຽນ ໃຫ້ເປັນຮູບປະທຳ.
ໃນໂອກາດນີ້ ທ່່ານ ທອງລຸນ ສີສຸລິດ ແຫ່ງ ສປປ ລາວໄດ້ກ່າວວ່າ:ກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງທຶນອາຊຽນ ຄັ້ງທີ 13 ນີ້ ແມ່ນກອງປະຊຸມທີ່ສໍາຄັນທີ່ສຸດຂອງພາກທຸລະກິດ ເນື່ອງຈາກວ່າ ເປັນການເຕົ້າໂຮມເອົາບັນດານັກທຸລະກິດອາຊຽນ ກໍຄື ສະພາທີ່ປຶກສາທຸລະກິດອາຊຽນ ແລະ ສະພາຜູ້ປະກອບການນັກທຸລະກິດໜຸ່ມອາຊຽນ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນ ແລະ ກັນ ໃນບັນດາຫົວຂໍ້ບູລິມະສິດ ເຊິ່ງໃນປີນີ້ມີຫົວຂໍ້ສໍາຄັນເຊັ່ນ: ເຂດການຄ້າເສລີ, ພະລັງງານ, ພື້ນຖານໂຄງລ່າງ, ການພັດທະນາແບບຍືນຍົງ ແລະ ບັນຫາສໍາຄັນຂອງ ແຜນງານປະຊາຄົມເສດຖະກິດອາຊຽນ 2025 ເພື່ອໃຫ້ສາມາດບັນລຸ 5 ເປົ້າໝາຍຕາມທີ່ຜູ້ນໍາອາຊຽນໄດ້ກໍານົດໄວ້.
ທ່ານນາຍົກລັດຖະມົນຕີກ່າວເນັ້ນອີກວ່າ: ເນື່ອງຈາກວ່າປີນີ້ ເປັນປີໄຂສັງກາດໃໝ່ຂອງປະຊາຄົມເສດຖະກິດອາຊຽນ ແລະ ທັງເປັນປີທໍາອິດຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບົນຈິດໃຈດັ່ງກ່າວ, ສປປ ລາວ ຈຶ່ງໄດ້ວາງຄໍາຂວັນສໍາລັບການເປັນປະທານອາຊຽນໃນປີນີ້ວ່າ : “ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ແລະ ກຳນົດເອົາ 8 ຂົງເຂດບູລິມະສິດ ເພື່ອເປັນເຄື່ອງມືໃນການຜັນຂະຫຍາຍວິໄສທັດ 2025 ຂອງອາຊຽນໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ທ່ານນາຍົກ ທອງລຸນ ສີສຸລິດ ກ່າວຕື່ມອີກວ່າ: ເພື່ອແນໃສ່ຈັດຕັ້ງປະຕິບັດແຜນງານປະຊາຄົມເສດຖະກິດອາຊຽນ 2025 ໃຫ້ໄດ້ຮັບໝາກຜົນແລະບັນລຸເປົ້າໝາຍຕາມທີ່ໄດ້ກໍານົດໄວ້ນັ້ນແມ່ນຈະຕ້ອງໄດ້ມີການຮ່ວມມືກັນຢ່າງກົມກຽວແລະຮອບດ້ານລະຫວ່າງພາກລັດແລະພາກເອກະຊົນເພື່ອສືບຕໍ່ສ້າງສິ່ງອໍານວຍຄວາມສະດວກໃນການເຄື່ອນຍ້າຍສິນຄ້າ, ການບໍລິການ, ການເຄື່ອນຍ້າຍທຶນ, ແລະແຮງງານທີ່ມີສີມືພາຍໃນອາຊຽນເພື່ອສົ່ງເສີມຕາໜ່າງການຄ້າແລະການຜະລິດຂອງອາຊຽນກ້າວໄປເຖິງການສ້າງໃຫ້ເປັນຕະຫລາດແລະຖານການຜະລິດໜຶ່ງດຽວໃຫ້ສົມບູນຂຶ້ນກວ່າເກົ່າສໍາລັບບັນດາບໍລິສັດແລະຜູ້ຊົມໃຊ້ອາຊຽນ. ດ້ວຍເຫດນັ້ນ, ການຈັດກອງປະຊຸມສຸດຍອດພາກທຸລະກິດແລະການລົງທຶນອາຊຽນຄັ້ງນີ້ຈະກາຍເປັນຂີດໝາຍທີ່ສໍາຄັນໃນການສ້າງຄວາມເຂັ້ມແຂງດ້ານການຮ່ວມມືລະຫວ່າງພາກລັດແລະພາກທຸລະກິດ, ການປະສານງານແລະການເປັນຄູ່ຮ່ວມມືທີ່ດີໃນການປັບປຸງຂັ້ນຕອນຕ່າງໆເພື່ອເຮັດໃຫ້ກະທັດຮັດງ່າຍດາຍຂຶ້ນໄປເລື້ອຍໆ. ນອກນັ້ນ, ຍັງເຮັດໃຫ້ສັງຄົມທົ່ວພາກພື້ນອາຊຽນເຫັນໄດ້ເຖິງຄວາມເອົາໃຈໃສ່ແລະການຮ່ວມມືທີ່ດີລະຫວ່າງພາກລັດແລະພາກທຸລະກິດອີກດ້ວຍ./.

ไม่มีความคิดเห็น:
แสดงความคิดเห็น