ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 8 กันยายน พ.ศ. 2559

    ກັບຕັນ Air Asia ພາຍົນລົງຈອດຜິດປະເທດ


    ເວັບໄຊ໌ສຳນັກຂ່າວ CNN ລາຍງານຈາກເມືອງ Sydney ປະເທດ Australia ເມື່ອວັນທີ 8 ກັນຍາ 2016 ໜ່ວຍງານຄວບຄຸມການຈາລະຈອນທາງອາກາດຂອງອົດສະຕາລີ (ATSB) ເປີດເຜີຍວ່າ:  ຍົນຂອງສາຍການບິນ “AirAsia X” ບັນທຸກຜູ້ໂດຍສານ 212 ຄົນ ມີກຳນົດມຸ້ງໜ້າໄປເມືອງ Kuala Lumpur ຂອງ Malaysia ແຕ່ເດີນທາງໄປລົງຈອດຜິດເສັ້ນທາງທີ່ເມືອງ Melbourne ປະເທດ ອົດສະຕາລີ ສາເຫດຍ້ອນກັບຕັນບັນທຶກຂໍ້ມູນຈຸດໝາຍປາຍທາງລະບົບນຳທາງຜິດ ຈຶ່ງນຳຍົນລົງຈອດຜິດເປັນໄລຍະທາງເກືອບ 10.000ກິໂລແມັດ ເຫດການເກີດຂຶ້ນເມື່ອວັນທີ 10 ມີນາ 2015 ແຕ່ຫາກໍຖືກເປີດເຜີຍ.
    ສາເຫດດັ່ງກ່າວມາຈາກກັບຕັນຍົນ ແລະ ຜູ້ຊ່ວຍນັກບິນ ສະຫຼັບຫູຟັງກັນຜິດເຮັດໃຫ້ ຂໍ້ມູນຜິດພາດ ແລະ ທັງສອງກໍຍັງປະຕິບັດໜ້າທີ່ສະຫຼັບກັນ ໂດຍປົກກະຕິກັບຕັນຕ້ອງເປັນຜູ້ຄວບຄຸມເສັ້ນທາງທີ່ຍົນຕ້ອງໄປ ແລະ ຜູ້ຊ່ວຍການບິນຕ້ອງເປັນຜູ້ກະກຽມ ຂໍ້ມູນການບິນຕ່າງໆໃນຫ້ອງຄວບຄຸມ, ເມື່ອກັບຕັນຍົນ ແລະ ຜູ້ຊ່ວຍນັກບິນຮູ້ເຖິງຂໍ້ພິດພາດດັ່ງກ່າວ ພວກເຂົາພະຍາຍາມປັບແກ້ຂໍ້ມູນໃໝ່ແຕ່ກໍສາຍເກີນແກ້ ແລະ ເຮັດໃຫ້ລະບົບໄດ້ຮັບຄວາມຂັດຂ້ອງເພີ່ມ ຈຶ່ງພະຍາຍາມນຳຍົນລຳດັ່ງກ່າວກັບໄປຈອດທີ່ເມືອງ Sydney ແຕ່ສະພາບອາກາດໃນເວລານັ້ນບໍ່ເອື້ອອຳນວຍ, ໃນທີ່ສຸດຕ້ອງພາຍົນລົງຈອດທີ່ເດີ່ນບິນໃນເມືອງ  Melbourne, ຈາກເຫດການດັ່ງກ່າວບໍ່ໄດ້ຮັບລາຍງານວ່າມີຜູ້ບາດເຈັບແຕ່ຢ່າງໃດແຕ່ຜູ້ໂດຍສານຕ້ອງຕິດຢູ່ທີ່ ສະໜາມບິນໃນເມືອງ Melbourne ເຖິງສາມຊົ່ວໂມງ ຈຶ່ງສາມາດເດີນທາງໄປເຖິງເມືອງ  Kuala Lumpur ໄດ້ຢ່າງສະຫວັດດີພາບ.
    ດ້ານສາຍການບິນໄດ້ອອກມາກ່າວວ່າ: ພວກເຂົາຈະເພີ່ມມາດຕະການໃນການຕິດຕັ້ງລະບົບທີ່ແນ່ນອນ ໃຫ້ຫຼາຍຂຶ້ນ ເພື່ອປ້ອງກັນເຫດແບບດັ່ງກ່າວບໍ່ໃຫ້ເກີດຂຶ້ນຊ້ຳສອງ, ນອກຈາກນີ້ຍັງໃຫ້ຜູ້ກວດສອບລະບົບຕ່າງໆເຂົ້າກວດສອບເພື່ອຍືນຢັນວ່າ Air Asia ຍັງມີມາດຕະຖານສາຍການບິນ ສາກົນ.


    ຂໍ້ມູນຈາກ: https://www.facebook.com/dailynewsonlinefan 
    ຂໍ້ມູນຈາກ:http://news.com.la/

    ไม่มีความคิดเห็น:

    แสดงความคิดเห็น