ເຈົ້າຫນ້າທີ່ຕຳຫລວດຟະລັ່ງເສດ ຄຸມຕົວຊາຍຄົນນື່ງເຈົ້າຂອງລົດເປີໂຍ ບັນຈຸແກັສ 7ຖັງຫວັ່ນຕຽມໃຊ້ກໍ່ເຫດໂຈມຕີ
ສຳນັກຂ່າວຕ່າງປະເທດລາຍງານເຈົ້າຫນ້າທ່ີຕຳຫລວດປາຣີຄວບຄຸມຕົວຊາຍຜູ້ຕ້ອງສົງສຊື່ງຄາດວ່າ: ອາດຈະເຮັດການກໍ່ການຮ້າຍຫລັງລົດຂອງຊາຍຕ້ອງສົງໄສດັ່ງກ່າວຖືກຄົ້ນພົບວ່າໄກ້ກັບມະຫາວິທະຍາໄລ ນໍເທີດອມ ໂດຍພາຍໃນລົດບັນທຸກແກັສໄວ້ເປັນຈຳນວນຫລາຍຖັງ
ໄຟເຕືອນໄພຂອງລົດມີກາສົ່ງສັນຍານເຕືອນ ແຕ່ເຈົ້າຫນ້າທີ່ຕຳຫລວດລະບຸວ່າ: ບໍ່ພົບວັດຖຸລະເບີດຂະນະດຽວກັນສື່ທ້ອງຖິ່ນລາຍງານເພີ່ມວ່າ: ລົດຄັນດັ່ງກ່າວພົບວ່າມີແກັສບັນຈຸຈຳນວນ 7ຖັງ ແລະ ລົດຕ້ອງສົງໄສເປັນລົດຍີ່ຫໍ້ເປີໂຍທີ່ບໍ່ມີປ້າຍທະບຽນ
ທັງນີ້ການສືບສວນສອບສວນຂອງເຈົ້າຫນ້າທີ່ຕຳຫລວດມີຂື້ນທ່າມກາງຄວາມຍ້ານກົວວ່າ: ອາດຈະເປັນລົດທີ່ຕຽມໄວ້ໃຊ້ສຳລັບກໍ່ເຫດໂຈມຕີ ຫລັງຈາກທີ່ໃນຊ້ວງຫລາຍເດືອນທີ່ຜ່ານມາເກີດເຫດໂຈມຕີໃນຟະລັ່ງຫລາຍຄັ້ງ
ຂໍ້ມູນຈາກ: ເວັບສະຫນຸກ
ຂໍ້ມູນຈາກ: http://news.com.la/
ไม่มีความคิดเห็น:
แสดงความคิดเห็น