
ຫຼັງຈາກອອກເວີຊັ່ນພາສາຍີ່ປຸ່ນໄປກ່ອນໜ້ານີ້, ເກມ Attack on Titan Wings of Freedom ທີ່ສ້າງໂດຍທີມງານ Dynasty Warrior ລ່າສຸດໄດ້ປ່ອຍຕົວຢ່າງແບບພາກພາສາອັງກິດ ທີ່ອະລັງການງານສ້າງ ລວມທັງເປີດໂຕຍັກໄທທັນໃນຕຳນານຫຼາຍໂຕ ບໍ່ວ່າຈະເປັນໄທທັນເກາະ, ໄທທັນຍິງ, ໄທທັນລີງ ທີ່ປ່ອຍມາໃຫ້ຜູ້ຫຼິ້ນຈັດການ ຫຼື ບໍ່ກໍ່ຖືກກິນ.
ເກມ Attack on Titan Wings of Freedom ກຳນົດອອກເທິງ PS4 , XboxOne , PS3 ແລະ PSvita. ສະບັບພາສາອັງກິດອອກວາງຂາຍວັນທີ 26 ສິງຫາ 2016 ໂດຍຈະອອກເປັນແຜ່ນສະເພາະ PS4 ແລະ Xboxone ເທົ່ານັ້ນ ສ່ວນລະບົບອື່ນຈະຂາຍແບບດາວໂຫຼດ.
ຂອບໃຈແຫຼ່ງຂ່າວຈາກ: beartai
ຂອບໃຈແຫຼ່ງຂ່າວຈາກ: http://www.devcrown.com/
ไม่มีความคิดเห็น:
แสดงความคิดเห็น