ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 3 กันยายน พ.ศ. 2559

    PowerEgg ໂດຣນຮູບໄຂ່ ມາພ້ອມກ້ອງຖ່າຍວີດີໂອລະດັບ 4K

    PowerVision ພ້ອມເຂົ້າມາໃນຕະຫຼາດໂດຣນ ດ້ວຍ PowerEgg ຢ່າງທາງການແລ້ວ ຫຼັງຈາກເປີດໂຕຄັ້ງທໍາອິດເມື່ອເດືອນກຸມພາທີ່ຜ່ານມາ. ໂດຍມີຄວາມໂດດເດັ່ນທີ່ການອອກແບບ ທີ່ແຕກຕ່າງຈາກໂດຣນຂອງຄ້າຍອື່ນ ເພາະມີຮູບຮ່າງຄ້າຍຄືໄຂ່ ແລະ ເມື່ອກາງອອກກໍ່ຈະພົບກັບໃບພັດ 4 ອັນ, ພ້ອມຂາຕັ້ງໃນໂຕ.
    1.1-PowerEgg-Drone1-PowerEgg
    PowerEgg ມີຂະໜາດໃບພັດ 10.5 ນິ້ວ, ຂະໜາດໂຕເຄື່ອງເມື່ອກາງໃບພັດອອກ 272 x 272 x 476 ມິລລີແມັດ, ນໍ້າໜັກລວມທັງແບັດ 2,100 ກຣັມ, ກໍາລັງຂັບເຄື່ອນສູງສຸດທີ່ 450W, ຄວາມໄວໃນການບິນສູງສຸດທີ່ 13 ແມັດຕໍ່ວິນາທີ, ໄລຍະເວລາບິນນານສູງສຸດທີ່ 23 ນາທີຕໍ່ການສາກແບັດ 1 ຄັ້ງ, ມີລະບົບ GPS ໃນໂຕ ແລະ ມາພ້ອມກ້ອງດິຈິຕອລຖ່າຍຮູບນິ້ງໃນຂະໜາດສູງສຸດ 4,254 x 3,264 ພິກເຊລ, ບັນທຶກວີດີໂອຄວາມລະອຽດສູງສຸດ 4K Ultra HD ເຟຣມເຣດ 30fps.
    3-Drone-PowerEgg
    ໃນສ່ວນຂອງຣີໂມດຄວບຄຸມການບິນ ມາກັບແບັດ 2,800 mAh, ໃຊ້ງານໄດ້ນານສູງສຸດ 20 ຊົ່ວໂມງ, ຮອງຮັບການເຊື່ອມຕໍ່ສະມາດໂຟນທັງ iOS ແລະ Android. ນອກຈາກນີ້ຍັງມີຣີໂມດ PowerEgg Maestro ທີ່ອອກແບບມາໃຫ້ຄວບຄຸມການບິນດ້ວຍເທັກໂນໂລຢີ Motion Gesture ເຮັດໃຫ້ງ່າຍໃນການຄວບຄຸມໂດຣນ ແລະ ເດັກໆກໍ່ສາມາດຫຼິ້ນໄດ້.
    PowerEgg ພ້ອມໃຫ້ລູກຄ້າສັ່ງຊື້ລ່ວງໜ້າແລ້ວ, ລາຄາທີ່ 1,288 ໂດລ່າ ຫຼື ປະມານ 10,310,000 ກີບ ແລະ ຄິດວ່າຈະເລີ່ມຈັດສົ່ງໄດ້ຕັ້ງແຕ່ປາຍເດືອນຕຸລາ 2016 ເປັນຕົ້ນໄປ.

    ຂອບໃຈແຫຼ່ງຂ່າວຈາກ: flashflypowervision
    ຂອບໃຈແຫຼ່ງຂ່າວຈາກ: http://www.devcrown.com/

    ไม่มีความคิดเห็น:

    แสดงความคิดเห็น