ສຳລັບໃຜທີ່ມີຄວາມຕ້ອງການຢາກຕັ້ງເວລາໃຫ້ຄອມພິວເຕີ້ປິດເອງອັດຕະໂນມັດ ພາຍໃນໄລຍະເວລາທີ່ກຳນົດ, ອາດເນື່ອງມາຈາກການທີ່ເຮົາດາວໂຫຼດ ຫຼື ສະແກນໄວຣັສຕອນກາງຄືນ ແລ້ວບໍ່ຢາກລຸກມາປິດຄອມເອງ ກໍ່ສາມາດນຳເອົາເຄັດລັບນີ້ໄປໃຊ້ໄດ້. ສາມາດໃຊ້ໄດ້ທັງ Windows XP , Windows 7 , Windows 8.1 ແລະ Windows 10.
- ສາມາດກົດປຸ່ມ Keyboard ໂດຍກົດ: ປຸ່ມ Windows + R ພ້ອມກັນ, ຈາກນັ້ນພິມ cmd ແລະ ກົດ Enter.
- ພິມ Command ຫຼື ຄຳສັ່ງໃນການປິດຄອມພິວເຕີ້ນີ້ລົງໄປ
shutdown -s -f -t 3600

ອະທິບາຍຄວາມໝາຍຄຳສັ່ງ Shutdown
-s: ປິດຄອມພິວເຕີ້
-f : ປິດໂປຣແກມທັງໝົດໃນເຄື່ອງຄອມພິວເຕີ້
-t : ໃສ່ເວລາ ຫຼື ຕັ້ງເວລາທີ່ຕ້ອງການໃຫ້ປິດ (ຫົວໜ່ວຍວິນາທີ)
ໂດຍໃນທີ່ນີ້ 3600 ແມ່ນ 1 ຊົ່ວໂມງ.
-f : ປິດໂປຣແກມທັງໝົດໃນເຄື່ອງຄອມພິວເຕີ້
-t : ໃສ່ເວລາ ຫຼື ຕັ້ງເວລາທີ່ຕ້ອງການໃຫ້ປິດ (ຫົວໜ່ວຍວິນາທີ)
ໂດຍໃນທີ່ນີ້ 3600 ແມ່ນ 1 ຊົ່ວໂມງ.
ຂອຍໃຈແຫຼ່ງຂ່າວຈາກ: windowssiam
ຂອຍໃຈແຫຼ່ງຂ່າວຈາກ: http://www.devcrown.com/
ไม่มีความคิดเห็น:
แสดงความคิดเห็น