Data Saver ເປັນຄວາມສາມາດທີ່ Google ໄດ້ເພີ່ມເຂົ້າມາໃນ Chrome ເທິງ Android ແຕ່ຫຼາຍຄົນຍັງບໍ່ຮູ້ ຫຼື ເບິ່ງຂ້າມມັນໄປ ເຊິ່ງຄວາມຈິງແລ້ວມັນມີປະໂຫຍດຫຼາຍກວ່າທີ່ຄິດ ເພາະມັນສາມາດປະຫຍັດປະລິມານການໃຊ້ເນັດໄດ້ຂ້ອນຂ້າງຫຼາຍເຕີບ. ໂດຍຫຼັກການເຮັດວຽກຂອງ Data Saver ແມ່ນໃນຂະນະທີ່ຜູ້ໃຊ້ເປີດໜ້າເວັບໄຊ້ ເຊີບເວີ້ຈະນຳຂໍ້ມູນໄປບີບອັດກ່ອນທີ່ຈະສົ່ງມາຍັງອຸປະກອນຂອງຜູ້ໃຊ້ດາວໂຫຼດໜ້າເວັບຂຶ້ນມາ ເຊິ່ງສ່ວນໃຫຍ່ແລ້ວຈະຊ່ວຍໃນການປະຫຍັດການດາວໂຫຼດຂໍ້ມູນໄດ້ເຖິງ 20% ແລະ ຍິ່ງໄປກວ່ານັ້ນການເປີດວີດີໂອຈະຊ່ວຍໃຫ້ດາວໂຫຼດໜ້ອຍລົງ 50% ເລີຍ ແລະ ຍັງຊ່ວຍໃຫ້ວີດີໂອດາວໂຫຼດຂຶ້ນໄວອີກ.
ສຳລັບວິທີການເປີດໂໝດ Data Saver ໃນ Chrome ເທິງ Android ນັ້ນໃຫ້ເປີດເມນູ Setting >> Data Saver ຈາກນັ້ນໃຫ້ປັບເປັນ On. ເທົ່ານີ້ກໍ່ຖືວ່າສິ້ນສຸດ. ເຖິງຢ່າງໃດກໍ່ຕາມການບີບອັດວີດີໂອໃນໂໝດ Data Saver ນັ້ນສາມາດໃຊ້ງານໄດ້ກັບ Chrome ເວີຊັ່ນ 52 ຂຶ້ນໄປເທົ່ານັ້ນ, ສ່ວນເວີຊັ່ນຕໍ່າກວ່າບີບອັດໄດ້ພຽງໜ້າເວັບ. ດັ່ງນັ້ນ, ຄວນໝັ່ນອັບເດດ Chrome ຫຼື ແອັບຕ່າງໆໃຫ້ເປັນເວີຊັ່ນໃໝ່ສະເໝີ.
ຂອບໃຈແຫຼ່ງຂ່າວຈາກ: http://www.devcrown.com/
ไม่มีความคิดเห็น:
แสดงความคิดเห็น