ກກະພັດ ອາກິຮິໂຕະ, ພະລາຊີນີ ແລະ ຣາຊະວົງຍີ່ປຸ່ນ; ສະແດງຄວາມປິຕິຍິນດີ ທີ່ ທ່ານ ຊິນໂຊ ອາເບະ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ເປັນເຈົ້າພາບ; ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ຕະຫລອດໄລຍະ 60 ປີ ຜ່ານມາ; ພ້ອມທັງສະແດງຄວາມຊົມເຊີຍຜົນສຳເລັດ ການພົບປະສອງຝ່າຍລະຫວ່າງ ສອງນາຍົກລັດຖະມົນຕີ ສປປ ລາວ ແລະ ຍີ່ປຸ່ນ; ສະແດງຄວາມຍິນດີທີ່ສອງຝ່າຍ ໄດ້ຮັບຮອງເອົາແຜນການຮ່ວມມື ເພື່ອພັດ ທະນາປະເທດລາວແບບຍືນຍົງ.
ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອດ້ານຕ່າງໆ ຂອງລັດຖະ ບານຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ການຊ່ວຍເຫລືອໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ໃນປີ 2016. ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກເຈົ້າຈັກກະພັດ ອາກິຮິໂຕະ ເຖິງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ; ສະແດງຄວາມຂອບໃຈຕໍ່ທ່ານ ປະທານປະເທດ ທີ່ໃຫ້ກຽດຕ້ອນຮັບໃນຄັ້ງນີ້ ແລະ ໄດ້ລາຍງານຫຍໍ້ກ່ຽວກັບການພົບປະສອງຝ່າຍກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ./.

ไม่มีความคิดเห็น:
แสดงความคิดเห็น