ທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ຢູ່ນະຄອນ ຫລວງວຽງຈັນ ເຊິ່ງຈະເປັນການປະກອບສ່ວນເຮັດໃຫ້ກອງປະຊຸມດັ່ງກ່າວດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ທັງເປັນການປະ ກອບສ່ວນເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຟິລິບປິນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງ ສະແດງຄວາມຫວັງວ່າ ຟິລິບປິນ ຈະປະກອບສ່ວນຊ່ວຍເຫລືອ, ສະໜັບສະໜູນ ແກ່ ສປປ ລາວ ເພື່ອເຮັດໃຫ້ກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 28-29 ແລະ ກອງປະຊຸມສຸດຍອດອື່ນໆ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ທ່ານ Rodrigo Roa Duterte ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫລະເວລາອັນມີຄຸນຄ່າ ຕ້ອນຮັບຕົນ ພ້ອມຄະນະ ໃນຄັ້ງນີ້, ພ້ອມທັງ ຢືນຢັນ ຈະປະກອບສ່ວນ ຊ່ວຍເຫລືອ ແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃຫ້ປະສົບຜົນສຳເລັດ ຢ່າງຈົບງາມ ແລະ ສະແດງຄວາມຫວັງວ່າ ລັດຖະບານທັງສອງປະເທດ ລາວ-ຟິລິບປິນ ຈະສືບຕໍ່ ໃຫ້ການ ຊ່ວຍເຫລືອ, ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ ເປັນຕົ້ນຂົງເຂດເສດຖະກິດ, ກ້ານຄ້າ, ການລົງທຶນ, ການສຶກສາ, ການເງິນ, ແຮງງານ, ການບໍລິການ ແລະ ອື່ນໆ ແນໃສ່ສ້າງ ສາພັດທະນາປະເທດຊາດ ໃຫ້ໄດ້ຮັບການພັດທະນາ ແລະ ຈະເລີນກ້າວໜ້າຍິ່ງໆຂຶ້ນ./.

ไม่มีความคิดเห็น:
แสดงความคิดเห็น