ມີ 2 ປະເພດຄື: ໄຂມັນໂຄເລສເຕີໂຣນ ຕາມປົກກະຕິແລ້ວ ໃນຮ່າງກາຍຈະມີປະມານ 150-200 ມິລີກຣາມ ແລະ ໄຕຣກີເຊີໄຣ ປະມານ100 ມິລີກຣາມ, ດັ່ງນັ້ນຖ້າໄຂມັນໂຄ ເລສເຕີໂຣນ ໃນຮ່າງກາຍມີຫລາຍກວ່າ 200 ແລະ ໄຕຣກີເຊີໄຣ ຫລາຍກວ່າ 100 ຈະເປັນອັນຕະລາຍ ຕໍ່ສຸຂະພາບສົ່ງຜົນເຮັດ ໃຫ້ຫົວໃຈຂາດເລືອດ, ເສັ້ນເລືອຕີບ ແລະ ເປັນອັນຕະລາຍ ອາດເສຍຊີວິດໄດ້. ແຕ່ກົງກັນຂ້າມ ຖ້າການໄຫລວຽນ ຂອງເລືອດຊັກຊ້າ ລົງຈະເຮັດໃຫ້ໄຂມັນໄປ ຕິດຕາມ ເສັ້ນເລືອດພາ ໃຫ້ເສັ້ນເລືອດແຂງ ແລະ ໜາຂຶ້ນໄດ້ ເຊິ່ງເປັນສາເຫດ ພາໃຫ້ເລືອດລຳລຽງ ໄປລ້ຽງສະໝອງ ແລະ ຫົວໃຈໜ້ອຍລົງ. ພະຍາດນີ້ສາມາດ ປ້ອງກັນໄດ້ດ້ວຍການ ອອກກຳລັງກາຍ ໃຫ້ສະໝ່ຳສະໝີ, ກວດເບິ່ງໄຂມັນຕະຫລອດ, ເຊົາສູບຢາ, ບໍ່ກິນອາຫານ ທີ່ມີໄຂມັນຫລາຍເຊັ່ນ: ບໍ່ກິນຊີ້ນສັດທີ່ມີໄຂມັນ ຫລາຍ, ເຂົ້າໜົມຫວານ, ກະທິໝາກພ້າວ, ມອນໄຂ່, ສະໝອງສັດ, ຊາ, ກາເຟ ແລະ ເຄື່ອງດື່ມ ທີ່ມີສານເຫລົ້າ.
วันพุธที่ 7 กันยายน พ.ศ. 2559
ຄວາມຮູ້-ທົ່ວໄປ

ไม่มีความคิดเห็น:
แสดงความคิดเห็น