ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 7 กันยายน พ.ศ. 2559

    ປະທານປະເທດຕ້ອນຮັບນາຍົກລັດຖະ ມົນຕີຫວຽດນາມ

    າຊຽນ ຄັ້ງທີ 28-29 ຢູ່ນະຄອນ ຫລວງວຽງຈັນ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ຜົນສຳເລັດ ຂອງກອງປະຊຸມດັ່ງກ່າວ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກ ອອກຜົນງອກງາມຍິ່ງໆຂຶ້ນ. ພ້ອມທັງສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອແກ່ ສປປ ລາວ ໃນ ການເປັນປະທານອາຊຽນໃນປີນີ້, ລວມທັງການປະກອບສ່ວນ ແລະ ສະໜັບສະໜູນ ຕໍ່ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃຫ້ມີຜົນສຳເລັດ ຢ່າງຈົບງາມ. ພ້ອມທັງ ສະ ແດງຄວາມຫວັງວ່າ ສສ ຫວຽດນາມ ຈະສືບຕໍ່ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແກ່ ສປປ ລາວ ເພື່ອໃຫ້ກອງ ປະຊຸມສຸດຍອດຕ່າງໆໄດ້ຮັບຜົນສຳເລັດຢ່າງຈົບງາມ ກໍຄື ຜົນສຳເລັດການເປັນປະທານອາຊຽນ ຂອງສປປ ລາວ.
    ທ່ານ ຫງວຽນ ຊວນຟຸກ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະ ຫລະເວລາອັນມີຄຸນຄ່າ ໃນການຕ້ອນຮັບອັນອົບອຸ່ນພ້ອມຄະນະ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ສສ ຫວຽດນາມ ຈະສືບຕໍ່ປະກອບສ່ວນຊ່ວຍເຫລືອແກ່ ສປປ ລາວ ໃນການເປັນ ປະທານອາຊຽນ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ຄວາມຫວັງວ່າ ລັດຖະບານທັງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ຈະສືບຕໍ່ໃຫ້ ການຊ່ວຍເຫລືອ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ ແນໃສ່ສ້າງສາພັດທະນາ ປະເທດ ຊາດ ໃຫ້ໄດ້ຮັບການພັດທະນາ ແລະ ຈະເລີນຮຸງເຮືອງຍິ່ງໆຂຶ້ນ./.

    ไม่มีความคิดเห็น:

    แสดงความคิดเห็น