ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 8 กันยายน พ.ศ. 2559

    ສຸດຊ໊ອກ!! ຈະຫຼວດ Falcon 9 ເກີດລະເບີດ ດາວທຽມຂອງ Facebook ພັງເສຍຫາຍໄປນຳ

    ผลการค้นหารูปภาพสำหรับ Falcon 9
    ເມື່ອວັນທີ 1 ກັນຍາ 2016 ທີ່ຜ່ານມາ ເກີດເຫດການສຸດຊ໊ອກແບບບໍ່ຄາດຄິດ ເພາະເກີດເຫດລະເບີດທີ່ຖານປ່ອຍຈະຫຼວດ Space Launch Complex 40 ທີ່ແຫຼມ Canaveral ທີ່ກຳລັງທົດສອບກ່ອນກຽມການປ່ອຍຈະຫຼວດ Falcon 9 ໂດຍ SpaceX ນັ້ນເກີດບະເບີດຂຶ້ນ, ສົ່ງຜົນໃຫ້ Amos 6 ພັງໃນວິນາທີ, ສົ່ງຜົນກະທົບຕໍ່ໂຄງການ Internet.org ຂອງ facebook ນຳ.
    cover-SpaceX-rocket-that-carried-AMOS-6-exploded-Sept.-1
    ຫຼັງຈາກເກີດເຫດການນີ້ຂຶ້ນ Mark Zuckerberg ຜູ້ສ້າງຕັ້ງ ແລະ CEO ຂອງ facebook ໂພສຕ໌ຂໍ້ຄວາມວ່າ ຮູ້ສຶກຜິດຫວັງ ດາວທຽມທີ່ກຳລັງວ່າຈະສົ່ງຂຶ້ນອາວະກາດ ຊໍ້າຖືກທຳລາຍລົງຈາກເຫດການນີ້. ແຕ່ໂຄງການອື່ນຂອງ Internet.org ຈະຍັງຄົງດຳເນີນການຕໍ່ໄປ.
    2-SpaceX-Falcon-9-explode-facebook-satellite-02
    ເຖິງວ່າເຫດການຈະຫຼວດ Falcon 9 ເກີດລະເບີດໃນຄັ້ງນີ້ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ຫຼື ເສຍຊີວິດ, ແຕ່ສະພາບດາວທຽມ Amos 6 ທີ່ facebook ລົງທຶນຮ່ວມກັບ Eutelast ບໍລິສັດດາວທຽມຈາກຝລັ່ງ ເພື່ອໃຫ້ເປັນສ່ວນໜຶ່ງຂອງການດຳເນີນໂຄງການ Internet.org ເພື່ອເຮັດໃຫ້ອິນເຕີເນັດມີຄວາມສາມາດເຂົ້າເຖິງໄດ້ທົ່ວທຸກມຸມໂລກ ແຕ່ຕ້ອງມາຢຸດຕິເພາະເຫດການລະເບີດໃນເທື່ອນີ້ ແລະ ເສຍຫາຍແບບພັງໃນຊົ່ວວິນາທີ ຈາກແຮງລະເບີດທີ່ເກີດຂຶ້ນ.
    ເຊິ່ງຕ້ອງຖ້າຂໍ້ສະຫຼຸບຕໍ່ໄປວ່າ ເຫດການຈະຫຼວດ Falcom 9 ທີ່ເກີດລະເບີດນັ້ນ ເກີດຈາກສາເຫດໃດກັນແທ້.
    ເບິ່ງວີດີໂອການລະເບີດຂອງດາວທຽມໄດ້ເລີຍ.

    ຂອບໃຈແຫຼ່ງຂ່າວຈາກ: devcrown
    ຂອບໃຈແຫຼ່ງຂ່າວຈາກ: it24hrsThe Verge

    ไม่มีความคิดเห็น:

    แสดงความคิดเห็น