ພາຍຫຼັງຈາກການເປີດໂຕເມື່ອວັນທີ 7 ກັນຍາ 2016 ໄດ້ມີການເຜີຍແຜ່ວີດີໂອໂປຣໂໝດສຳລັບ iPhone 7, iPhone 7 Plus, Apple Watch series 2 ແລະ AirPods ດັ່ງນີ້:
1Apple iPhone 7 ແລະ Apple iPhone 7 Plus
ວີດີໂອໂປຣໂໝດ iPhone 7 ແລະ iPhone 7 Plus ໄດ້ນຳສະເໜີຄວາມສາມາດຂອງກ້ອງໜ້າ ແລະ ກ້ອງຫຼັງທີ່ສາມາດຖ່າຍຮູບໃນບ່ອນມືດ ໄດ້ຢ່າງສວຍງາມ, ລຳໂພງສະເຕີຣິໂອ ແລະ ແບັດທີ່ໃຫຍ່ຂຶ້ນລວມເຖິງຄວາມສາມາດໃນການປ້ອງກັນນໍ້າ ແລະ ຝຸ່ນອີກດ້ວຍ.
2Apple Watch series 2
ວີດີໂອໂປຣໂໝດ Apple Watch series 2 ນຳສະເໜີໃນລັກສະນະອຸປະກອນທີ່ຖືກອອກແບບ ມາຮອງຮັບການອອກກຳລັງກາຍໂດຍສະເພາະ ບໍ່ວ່າຈະເປັນການຫຼິ້ນເທັນນິສ, ຖີບລົດ ແລະ ແລ່ນ ໂດຍມີ GPS ໃນໂຕ, ກັນນໍ້າໄດ້ເລິກ 50 ແມັດ ແລະ ມີຊີພີຢູທີ່ໄວກວ່າເກົ່າ 2 ເທົ່າ.
3Apple AirPods
ອີກໜຶ່ງວີດີໂອໂປຣໂໝດແມ່ນ AirPods ຫູຟັງ Bluetooth ໄຮ້ສາຍ ເຊິ່ງມີຊິບ W1 ພາຍໃນໂຕ ໂດຍສາມາດໃຊ້ງານໄດ້ນານ 5 ຊົ່ວໂມງຈາກການສາກ 1 ຄັ້ງ.
4Don’t Blink
ສຸດທ້າຍເປັນວີດີໂອທີ່ຮວບຮວມທຸກຢ່າງຂອງ Apple ທີ່ໄດ້ເປີດໂຕພາຍໃນເວລາ 107 ວິນາທີ….ຫ້າມລະສາຍຕາເລີຍແຫຼະ!
ຂອບໃຈແຫຼ່ງຂ່າວຈາກ:devcrown
ຂອບໃຈແຫຼ່ງຂ່າວຈາກ: phonearena, beartai
ไม่มีความคิดเห็น:
แสดงความคิดเห็น