Huawei ເປີດໂຕແທັບເລັດລະດັບເຮືອທຸງ (Flagship) ຊື່: MediaPad M3 ເຊິ່ງຜະລິດດ້ວຍວັດສະດຸອະລູມິນຽມເກຣດດຽວກັນກັບທີ່ໃຊ້ໃນການບິນ ແລະ ອາວະກາດ, ມີໃຫ້ເລືອກ 2 ສີ (Gold/Silver) ມາກັບລະບົບສຽງຈາກ Harman Kardon, ພ້ອມຊຸດຫູຟັງຄຸນະພາບສູງ AKG H300, ລຳໂພງ 2 ໂຕ, ຄວາມຈຳແບັດ 5100 mAh, ຫຼິ້ນວີດີໂອ Full HD ນານສູງສຸດ 11 ຊົ່ວໂມງ, ຫຼິ້ນເກມ 3D ນານສູງສຸດ 6 ຊົ່ວໂມງ ແລະ ຟັງເພງນານສູງສຸດ 45 ຊົ່ວໂມງ.

Huawei MediaPad M3 ມີຂະໜາດ 215.5 x 124.2 x 7.3 ມິລລີແມັດ, ຈໍສະແດງຜົນ IPS 16 ລ້ານສີ, ຄວາມລະອຽດ 2560 x 1600 ພິກເຊລ, ກວ້າງ 8.4 ນິ້ວ, ເຮັດວຽກເທິງລະບົບປະຕິບັດການ Android 6.0 Marshmallow, CPU HiSilicon Kirin 950 Octa Core (2.3GHz Quad Core + 1.8GHz Quad Core), ເຄືອຂ່າຍ 4G LTE, ການເຊື່ອມຕໍ່ Wi-Fi 802.11 a/b/g/n/ac ສະໜັບສະໜູນກາດ microSD ສູງສຸດ 128GB, ກ້ອງ 8 ລ້ານພິກເຊລ ທັງກ້ອງໜ້າ ແລະ ຫຼັງ.
MediaPad M3 ມີໃຫ້ເລືອກ 4 ລຸ່ນຄື:
- Wi-Fi – RAM 4GB + ROM 32GB ລາຄາ 349 ຢູໂຣ ຫຼື ປະມານ 3,150,000 ກີບ
- Wi-Fi – RAM 4GB + ROM 64GB ລາຄາ 399 ຢູໂຣ ຫຼື ປະມານ 3,600,000 ກີບ
- LTE – RAM 4GB + ROM 32GB ລາຄາ 399 ຢູໂຣ ຫຼື ປະມານ 3,600,000 ກີບ
- LTE – RAM 4GB + ROM 64GB ລາຄາ 449 ຢູໂຣ ຫຼື ປະມານ 4,050,000 ກີບ
Huawei MediaPad M3 ຈະເລີ່ມວາງຈຳໜ່າຍໃນວັນທີ 26 ກັນຍານີ້, ພ້ອມກັນ 14 ປະເທດ. ບໍ່ມີລາວຢູ່ໃນນັ້ນ, ແຕ່ຄາດວ່າຊິມາຮອດລາວ ບໍ່ຊ້າກໍ່ໄວແນ່ນອນ.
ຂອບໃຈແຫຼ່ງຂ່າວຈາກ:devcrown
ไม่มีความคิดเห็น:
แสดงความคิดเห็น