Apple ໄດ້ສົ່ງບັດເຊີນເຂົ້າຮ່ວມງານໃນວັນທີ 7 ກັນຍາ 2016 ທີ່ Bill Graham Civic Center ໃນຊານຟຣານຊິສໂກ, ອາເມຣິກາ. ເຊິ່ງງານຈະເລີ່ມໃນເວລາ 10.00 ນ.ທ ຕາມເວລາປາຊີຟິກ (ກົງກັບທ່ຽງຄືນວັນທີ 7 ເຂົ້າສູ່ວັນທີ 8 ກັນຍາ 2016 ຕາມເວລາປະເທດລາວ) ແລະ ທາງ Apple ກໍ່ຈະດຳເນີນການຖ່າຍທອດສົດ ໃນເວລາດຽວກັນນຳອີກ.

ທາງ Apple ໄດ້ບະບຸເຖິງວິທີການຮັບຊົມການຖ່າຍທອດສົດ (Live Stream) ດັ່ງນີ້:
- “Live streaming uses Apple’s HTTP Live Streaming (HLS) technology. HLS requires an iPhone, iPad, or iPod touch with Safari on iOS 7.0 or later, a Mac with Safari 6.0.5 or later on OS X v10.8.5 or later, or a PC with Microsoft Edge on Windows 10. Streaming via Apple TV requires an Apple TV (2nd or 3rd generation) with software 6.2 or later or an Apple TV (4th generation).”-Apple
ເຊິ່ງສາມາດສະຫຼຸບໄດ້ວ່າ:
- iPhone, iPad ຫຼື iPod touch ສາມາດຮັບຊົມຜ່ານທາງ Safari ທີ່ຕິດຕັ້ງເທິງລະບົບປະຕິບັດການ iOS 7.0 ຫຼື ໃໝ່ກວ່າ.
- Mac ສາມາດຮັບຊົມຜ່ານທາງ Safari 6.0.5 ຫຼື ໃໝ່ກວ່າ ເຊິ່ງໄດ້ຮັບການຕິດຕັ້ງລະບົບປະຕິບັດການ OS X 10.8.5 ຫຼື ໃໝ່ກວ່າ.
- PC ສາມາດຮັບຊົມຜ່ານທາງ Microsoft Edge ທີ່ຕິດຕັ້ງລະບົບປະຕິບັດການ Windows 10.
- Apple TV ຕ້ອງເປັນ Gen 2 ຫຼື Gen 3 6.2 ແລະ ໃໝ່ກວ່າ ຫຼື ໃຊ້ Apple TV Gen 4.
ສຳລັບຜູ້ທີ່ສົນໃຈສາມາດຄລິກເບິ່ງການຖ່າຍທອດ ໄດ້ຈາກລິ້ງຂອງ Apple ທີ່ຢູ່ດ້ານລຸ່ມນີ້ໄດ້ເລີຍ:

ຂອບໃຈແຫຼ່ງຂ່າວຈາກ: devcrown
ຂອບໃຈແຫຼ່ງຂ່າວຈາກ: beartai, phonearena
ไม่มีความคิดเห็น:
แสดงความคิดเห็น