ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 3 กันยายน พ.ศ. 2559

    M720 Triathlon ເມົ້າສ໌ໄຮ້ສາຍຈາກ Logitech ເຊື່ອມຕໍ່ໄດ້ພ້ອມກັນ 3 ເຄື່ອງ

    ໃນງານ IFA 2016 ທີ່ຈັດຂຶ້ນໃນເບີລີນ, ປະເທດເຢຍລະມັນທີ່ຜ່ານມາ ທາງ Logitech ໄດ້ເປີດໂຕເມົ້າສ໌ລຸ່ນໃໝ່ M720 Triathlon ທີ່ໃຊ້ການເຊື່ອມຕໍ່ແບບບລູທູດ.
    m720-triathlon-mouse
    ເມົ້າສ໌ Logitech M720 Triathlon Multi-Device ໂຕນີ້ ອອກແບບມາເພື່ອຜູ້ໃຊ້ທີ່ຕ້ອງການໃຊ້ງານຫຼາຍເຄື່ອງ, ສະຫຼັບໄປມາ ໂດຍທີ່ຜູ້ໃຊ້ບໍ່ຈຳເປັນຕ້ອງດຶງ ແລະ ສຽບສາຍໃໝ່ ດ້ວຍເທັກໂນໂລຢີ Easy-Switch ສາມາດຈັບຄູ່ໄດ້ສູງສຸດ 3 ອຸປະກອນ ແລະ ສະຫຼັບອຸປະກອນໄດ້ຢ່າງລ່ຽນໄຫຼ ດ້ວຍອຸປະກອນເທິງເມົ້າສ໌.
    2-m720-triathlon-mouse
    ນອກຈາກການເຊື່ອມຕໍ່ຜ່ານສັນຍານບລູທູດແລ້ວ M720 Triathlon ຍັງສາມາດເຮັດການເຊື່ອມຕໍ່ຜ່ານ Logitech Unifying Receiver ໄດ້ນຳ ແລະ ສາມາດເຊື່ອມຕໍ່ໄດ້ກັບຫຼາຍລະບົບປະຕິບັດການເຊັ່ນ: Windows, macOS, Chrome OS, Linux ລວມທັງອຸປະກອນ Android ນຳອີກ.  ໂດຍມີລັດສະໝີສັນຍານທີ່ມີຄວາມກວ້າງສູງສຸດເຖິງ 10 ແມັດ ແລະ ໃຊ້ແບັດ AA ຈຳນວນ 1 ກ້ອນ, ເຊິ່ງທາງ Logitech ໄດ້ບົ່ງບອກວ່າສາມາດໃຊ້ງານໄດ້ເຖິງ 2 ປີ.
    ເບິ່ງວີດີໂອເພີ່ມຕື່ມກ່ຽວກັບ Logitech M720 Triathlon Multi-Device ໄດ້ເລີຍ.

    ຂອບໃຈແຫຼ່ງຂ່າວຈາກ: beartaiLogitech
    ຂອບໃຈແຫຼ່ງຂ່າວຈາກ: http://www.devcrown.com/

    ไม่มีความคิดเห็น:

    แสดงความคิดเห็น