ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 3 กันยายน พ.ศ. 2559

    ຊຳຊຸງ ຢຸດຂາຍຊົ່ວຄາວ Note 7 ທົ່ວໂລກ ກຽມປ່ຽນເຄື່ອງໃໝ່ໃຫ້ຜູ້ຊື້ ຫຼັງເກີດເຫດລະເບີດໂຕເຄື່ອງ

    Samsung ປະກາດຢຸດຕິການຈຳໜ່າຍ ແລະ ເອີ້ນຄືນ Samsung Galaxy Note 7 2.5 ລ້ານເຄື່ອງທົ່ວໂລກ ຫຼັງຈາກເກີດບັນຫາແບັດລະເບີດ – ໄຟໄໝ້ ກຽມປ່ຽນເຄື່ອງໃໝ່ໃຫ້ຜູ້ຊື້.
    ວັນທີ 2 ກັນຍາ 2016 ທ່ານ. ໂຄ ດອງ ຈິນ ຫົວໜ້າຜະແນກທຸລະກິດໂທລະສັບມືຖືຂອງບໍລິສັດຊຳຊຸງ ອີເລັກໂທຣນິກສ໌ ໄດ້ຖະແຫຼງຂ່າວຂໍໂທດ ແລະ ສະແດງຄວາມເສຍໃຈ ຫຼັງຈາກສະມາດໂຟນລຸ່ນລ່າສຸດ Galaxy Note 7 ເກີດບັນຫາໄຟໄໝ້ແບັດ ແລະ ລະເບີດ ທັງທີ່ເປີດໂຕໄດ້ບໍ່ຮອດ 1 ເດືອນ ຈົນທາງບໍລິສັດຕ້ອງໄດ້ລະງັບການຈຳໜ່າຍໃນບາງປະເທດ ແລະ ເອີ້ນເກັບຄືນທົ່ວໂລກ.
    samsung-galaxy-note-7
    ສຳຫຼັບຜົນການສອບສວນຂອງຊຳຊຸງ ພົບວ່າໄຟໃໝ້ເກີດຈາກເຊລແບັດບົກຜ່ອງ ໂດຍທາງບໍລິສັດມີແຜນຈະເອີ້ນຄືນ Galaxy Note 7 ຈຳນວນ 2.5 ລ້ານເຄື່ອງກັບຄືນທັງໝົດ. ເຊິ່ງຈາກຂໍ້ມູນຕັ້ງແຕ່ເລີ່ມເປີດຈຳໜ່າຍຈົນຮອດວັນທີ 1 ກັນຍາ 2016 ມີການຮ້ອງຮຽນທີ່ສູນບໍລິການທັງໃນ ແລະ ຕ່າງປະເທດຈຳນວນ 35 ຄົນພົບບັນຫາແບັດ 24 ຄົນຕໍ່ 1 ລ້ານເຄື່ອງ.
    galaxy-note-7-review-failed-explode-7-th-times-suspended-bomb-iphone-7-charging
    ນອກຈາກນີ້, ບໍລິສັດຈະປ່ຽນເຄື່ອງໃໝ່ໃຫ້ລູກຄ້າທີ່ຊື້ Galaxy Note 7 ທັງໝົດ ໂດຍບໍ່ກ່ຽວວ່າຊື້ວັນທີເທົ່າໃດ ເພາະຄວາມປອດໄພຂອງລູກຄ້າເປັນສິ່ງທີ່ສຳຄັນທີ່ສຸດ.

    ຂອບໃຈແຫຼ່ງຂ່າວຈາກ: kapookkomchadluek
    ຂອບໃຈແຫຼ່ງຂ່າວຈາກ: http://www.devcrown.com/

    ไม่มีความคิดเห็น:

    แสดงความคิดเห็น