Google ອອກມາປະກາດວ່າໂຄງການເຮັດມືຖື ແບບປັບປ່ຽນຊີ້ນສ່ວນໄດ້ ຫຼື ຊື່: “Project Ara” ທີ່ຄາດວ່າຈະເປີດເຜີຍໃຫ້ເຫັນໃນເດືອນຕຸລານີ້ ພ້ອມກັບ Pixel ມືຖືລຸ່ນໃໝ່ຂອງ Google ຈຳເປັນຕ້ອງຢຸດໂຄງການໄວ້ພຽງເທົ່ານີ້.

ໂດຍສາເຫດນັ້ນ Google ຍັງບໍ່ໄດ້ເຜີຍແຜ່ວ່າຍ້ອນຫຍັງ ແຕ່ການຢຸດໂຄງການນີ້ບໍ່ໄດ້ໝາຍຄວາມວ່າເທັກໂນໂລຢີ ທີ່ເຄີຍຄິດຄົ້ນກ່ອນໜ້ານີ້ຈະຫາຍໄປ ເພາະມີແນວໂນ້ມວ່າເທັກໂນໂລຢີນີ້ຈະກັບມາຢູ່ໃນຮູບຮ່າງຂອງ IoT (Internet of Thing) ກໍເປັນໄປໄດ້.

ທາງ DevCrown ຄິດວ່າຖ້າຫາກໂຄງການນີ້ເກີດຂຶ້ນແທ້ ກໍ່ຈະເປັນຜົນດີຢ່າງຫຼວງຫຼາຍ ເພາະແທນທີ່ຈະປ່ຽນມືຖືໃໝ່ ເຮົາມີພຽງແຕ່ປ່ຽນສ່ວນທີ່ຕ້ອງການອັບເກລດເທົ່ານັ້ນ ແຕ່ທີ່ຍັງບໍ່ເກີດຂຶ້ນແທ້ເທື່ອ, ອາດເນື່ອງມາຈາກເລື່ອງຂອງເທັກໂນໂລຢີ ແລະ ລາຄາຂອງ Module ເປັນຕົ້ນ.
ຂອບໃຈແຫຼ່ງຂ່າວຈາກ: devcrown
ຂອບໃຈແຫຼ່ງຂ່າວຈາກ: sanook, VenturyBeat
ไม่มีความคิดเห็น:
แสดงความคิดเห็น