ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 3 กันยายน พ.ศ. 2559

    Rovio ເລັງສ້າງໜັງ The Angry Birds Movie ພາກ 2

    Rovio Entertainment ຢືນຢັນກັບສຳນັກຂ່າວຕ່າງປະເທດ ຈະເດີນໜ້າຜະລິດ The Angry Birds Movie ພາກ 2 ແນ່ນອນ ຫຼັງຈາກພາກທຳອິດທີ່ເລີ່ມອອກສາຍເມື່ອເດືອນພຶດສະພາທີ່ຜ່ານມາ ສ້າງລາຍໄດ້ທົ່ວໂລກໄປແລ້ວ346,917,138 ໂດລ່າ ອ້າງອີງຈາກ Box Office Mojo ໂດຍໃຊ້ທຶນສ້າງປະມານ 73,000,000 ໂດລ່າ.
    1-angry-birds
    The Angry Birds Movie ເປັນໜັງອະນິເມຊັ່ນທີ່ສ້າງມາຈາກເກມມືຖືຍອດຮິດ Angry Birds ໂດຍມີນົກສີແດງເປັນໂຕເອກ ທີ່ອາໄສຢູ່ກັບໝູ່ຄູ່ທີ່ເປັນກຸ່ມນົກ (ແຕ່ບໍ່ສາມາດບິນໄດ້), ພວກເຂົາໄດ້ຢູ່ຮ່ວມກັນທີ່ເກາະແຫ່ງໜຶ່ງ, ທຸກຢ່າງດຳເນີນໄປແບບຮຽບຮ້ອຍ ຈົນກະທັ່ງການມາຢາມຂອງໝູສີຂຽວ ແລະ ນີ້ເອງເປັນຈຸດເລີ່ມຕົ້ນຂອງຄວາມບາດໝາງຂອງ 2 ເຜົ່າພັນ.
    ເຖິງແນວໃດກໍ່ຕາມ Rovio ຍັງບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບເນື້ອເລື່ອງ The Angry Birds Movie ພາກຕໍ່ໄປ.

    ຂອບໃຈແຫຼ່ງຂ່າວຈາກ: flashflyEngadget
    ຂອບໃຈຂ່າວຈາກ:http://www.devcrown.com/

    ไม่มีความคิดเห็น:

    แสดงความคิดเห็น