ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 3 กันยายน พ.ศ. 2559

    Google ຈັດເກມມາໃຫ້ຫຼິ້ນເພີນໆທີ່ Google Search

    ມື້ນີ້ທາງ Google ເປີດໂຕຂອງຫຼິ້ນໃໝ່ເທິງ Google Search ໃໝ່, ເປັນເກມທີ່ຫຼາຍຄົນຄືຊິຮູ້ຈັກກັນດີໃນທຸກຊ່ວງອາຍຸຄົນ ນັ້ນຄືເກມ: Solitaire (ເກມໄພ້ໃນຕຳນານ) ແລະ Tic-Tac-Toe (XO ຫຼື ແຊ້ມກາໂລ້).
    ສາມາດຫຼິ້ນໄດ້ງ່າຍໆຜ່ານທາງໜ້າແອັບ Google ຫຼື ເວັບ Google Search ໄດ້ເລີຍ ໂດຍບໍ່ຕ້ອງລົງແອັບ ຫຼື ໂປຣແກຣມໃດເສີມ. ເຊິ່ງການຫຼິ້ນເກມ Solitaire ຫຼື ເກມໄພ້ໃນ Windows ທີ່ເຮົາຄຸ້ນຕາກັນດີ ແຕ່ໃນເວີຊັ່ນຂອງ Google ນີ້ຈະມີການອອກແບບທີ່ງາມຂຶ້ນ, ສາມາດເຂົ້າໄປຫຼິ້ນໄດ້ໂດຍພິມວ່າ: Solitaire ໃນ Google ຫຼື ສາມາດກົດໄດ້ທີ່ນີ້
    1-solitaire-google-search
    ແລະ ອີກເກມໜຶ່ງທີ່ເຮົາຮູ້ຈັກກັນດີ ນັ້ນແມ່ນເກມ Tic-Tac-Toe ຫຼື ເກມ XO ນັ້ນເອງ, ເຊິ່ງສາມາດຫຼິ້ນໄດ້ໂດຍການຄົ້ນຫາຄໍາວ່າ: Tic Tac Toe.
    2-tictactoe-google-search
    ຂອບໃຈແຫຼ່ງຂ່າວຈາກ: beartaiGoogle Blog

    ไม่มีความคิดเห็น:

    แสดงความคิดเห็น