ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 3 กันยายน พ.ศ. 2559

    Train to Busan ເນື້ອຫອມ, ຮອລລີວູດ-ຝລັ່ງ ສົນໃຈນຳມາຣີເມກໃໝ່

    ໜັງຊອມບີ້ຈາກປະເທດເກົາຫຼີ Train to Busan ຖືກຜູ້ສ້າງຈາກຮອລລີວູດ-ຝລັ່ງ ຖາມສິດໃນການໄປສ້າງສະບັບຣີເມກຫຼັງຈາກທີ່ກວາດລາຍໄດ້ຢ່າງຖະລົ່ມຖະລາຍໃນປະເທດເກົາຫຼີ.
    train-to-busan-1.1ເຊິ່ງເຫັນໄດ້ວ່າຄວາມແຮງຂອງໜັງ ຈະບໍ່ໄດ້ຢູ່ທີ່ພາຍໃນປະເທດເທົ່ານັ້ນ ເພາະລ່າສຸດໃນວັນທີ 2 ສິງຫາ 2016, ເວັບໄຊThe Hollywood Reporter ລາຍງານວ່າ Train to Busan ກາຍເປັນທີ່ຕ້ອງການຂອງຜູ້ສ້າງຊາວຮອລລີວູດ ເມື່ອສະຕູດີໂອຍັກໃຫຍ່ຢ່າງ Sony Pictures ແລະ 20th Century Fox ຢູ່ໃນລະຫວ່າງການແຍ່ງຊິງສິດໃນການຄອບຄອງການຣີເມກໜັງເລື່ອງນີ້. ເຊັ່ນດຽວກັນກັບສະຕູດີໂອຈາກປະເທດຝລັ່ງເຊັ່ນ: Gaumont, Canal Plus ແລະ EuropaCorp ທີ່ໄດ້ສະແດງຄວາມສົນໃຈເຊັ່ນດຽວກັນ.
    train-to-busan-1.1
    Train to Busan ເຂົ້າສາຍໃນປະເທດເກົາຫຼີໃນວັນທີ 22 ກໍລະກົດ 2016 ໂດຍເຮັດລາຍໄດ້ 38.8 ລ້ານໂດລ່າ ພາຍໃນໄລຍະເວລາພຽງ 5 ມື້. ເນື້ອເລື່ອງເວົ້າເຖິງ ເມື່ອລົດໄຟ KTX ຕ້ອງມຸ່ງໜ້າຈາກກຸງໂຊລສູ່ປູຊານ ແບບໄຮ້ຄົນຂັບ ຫຼັງສະຖານີລົດໄຟຖືກຝູງຊອມບີ້ໂຈມຕີ ແລະ ຂ້າຊີວິດຄົນຂັບ ແລະ ຜູ້ໂດຍສານ. ໂດຍຕົວລະຄອນຫຼັກຢ່າງ ຊອກວູ (ຮັບບົດໂດຍ ກົງຢູ) ຕ້ອງພາລູກສາວເອົາຊີວິດໃຫ້ພົ້ນໃນຕະຫຼອດການເດີນທາງ 90 ນາທີ.
    train-to-busan-1.1
    ສຳລັບຢູ່ລາວເຮົາ ຈະເຂົ້າວັນທີ 25 ສິງຫາ 2016. ຜູ້ຂຽນບໍ່ພາດແນ່ນອນເລື່ຶອງນີ້.
    ເບິ່ງຄລິບຕົວຢ່າງໜັງໄດ້ເລີຍ.

    ຂອບໃຈແຫຼ່ງຂ່າວຈາກ: Kapook
    ຂອບໃຈແຫຼ່ງຂ່າວຈາກ: http://www.devcrown.com/

    ไม่มีความคิดเห็น:

    แสดงความคิดเห็น