ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 6 ตุลาคม พ.ศ. 2559

    ຫົວໜ້າອາວຸໂສ ຂອງພວກ al-Qaida ຖືກຂ້າຕາຍ ໃນການໂຈມຕີ ທາງອາກາດ

    ເຮືອບິນຮົບ Fighting Falcon ບິນອອກຈາກຖານທັບອາກາດ Incirlik, ເທີກີ.
    ເຮືອບິນຮົບ Fighting Falcon ບິນອອກຈາກຖານທັບອາກາດ Incirlik, ເທີກີ.
    ການໂຈມຕີທາງອາກາດໃນວັນຈັນວານນີ້ ໄດ້ສັງຫານຫົວໜ້າອາວຸໂສຄົນ​ໜຶ່ງຂອງກຸ່ມຫົວ ຮຸນແຮງອິສລາມ ຊີເຣຍ ທີ່ໄດ້ແຍກຕົວອອກຈາກພວກ al-Qaida ໃນຕົ້ນປີນີ້.
    ກຸ່ມ Jabhat Fatah al-Sham ເຊິ່ງຮູ້​ກັນ ​ໃນຊື່ຢ່າງ​ເປັນທາງການຂອງພວກເຂົາວ່າ Jabhat al-Nusra ນັ້ນ ໄດ້ກ່າວວ່າ ທ້າວ Abu al-Farai al-Masri ໄດ້ຖືກຂ້າຕາຍໃນ ຂະນະທີ່ລົດຂອງລາວຖືກໂຈມຕີໃນແຂວງ Idlib ທີ່ຕັ້ງຢູ່​ໃນພາກຕາເວັນຕົກສຽງເໜືອ ຂອງປະເທດ.
    ກອງທັບ ສະຫະລັດ ກ່າວວ່າ ພວກເຂົາເຈົ້າ​ເປັນ​ຜູ້​ທຳການໂຈມຕີທາງອາກາດໃນຂົງເຂດ ດັ່ງກ່າວ ໂດຍແນເປົ້າໃສ່ທ້າວ Masri, ແຕ່ບັນດາເຈົ້າໜ້າທີ່ ແມ່ນຍັງປະ​ເມີນ​ເບິ່ງຜົນຂອງ ການໂຈມຕີຢູ່.

    ໂຄສົກທຳນຽບຫ້າແຈ ທ່ານ Peter Cook ໄດ້ກ່າວວ່າ ທ້າວ Masri ທີ່ມີສັນຊາດ ອີຈິບ ເຄີຍມີສາຍພົວພັນກັບຫົວໜ້າກຸ່ມ al-Qaida ທ້າວ ໂອຊາມະ ບິນ ລາເດັນ, ຜູ້ທີ່ຖືກຂ້າ ຕາຍໂດຍກອງກຳລັງພິເສດ ສະຫະລັດ ໃນ ປາກິສຖານ ​ເມື່ອປີ 2011. ທ້າວ Masri ແມ່ນ ເພື່ອນສະຫາຍຂອງທ້າວ Ayman al-Zawahri ຫົວໜ້າກຸ່ມ al-Qaida ທີ່ຕອນນີ້ໄດ້ເສຍ ຊີວິດໄປແລ້ວ.
    ທ່ານ Cook ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ການຕາຍຂອງລາວ, ຖ້າ​ໄດ້​ຮັບ​ການຢືນຢັນ, ຈະເປັນການລົບ​ກວນ ແລະ ຫຼຸດການປະສານງານກັນລະຫວ່າງ ຫົວໜ້າ ອາວຸໂສຂອງກຸ່ມ al-Qaida ແລະ ພວກຫົວຮຸນແຮງຕ່າງໆ.”
    ຂອບໃຈຂ່າວຈາກ:http://lao.voanews.com/

    ไม่มีความคิดเห็น:

    แสดงความคิดเห็น