ພາບຂອງຜູ້ຊະນະເລີດ ລາງວັນ Nobel ສາຂາເຄມີ ຄື: ທ່ານ Jean-Pierre Sauvage, ທ່ານ J Fraser Stoddart ແລະ ທ່ານ Bernard L Feringa ໄດ້ປາກົດຢູ່ທີ່ຈໍໂທລະພາ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໂດຍ ສະຖາບັນການສຶກສາ ດ້ານວິທະຍາສາດ ຂອງຣາຊະອານາຈັກ ສະວີເດັນ ໃນນະຄອນຫຼວງ Stockholm, ປະເທດສະວີເດັນ, ວັນທີ 5 ຕຸລາ 2016
ຄະນະກຳມະການຕັດສິນລາງວັນ Nobel ໄດ້ມອບລາງວັນ Nobel ສາຂາເຄມີ ໃຫ້ແກ່ນັກວິທະຍາສາດ 3 ທ່ານ ຄື ທ່ານ Jean-Pierre Sauvage, ທ່ານ James Fraser Stoddart ແລະທ່ານ Bernard Feringa ໃນວັນພຸດມື້ນີ້ ຍ້ອນຜົນງານ ການສ້າງເຄື່ອງຈັກໂມເລກຸນ ຂອງທັງສາມທ່ານນັ້ນ.
ບັນດາຜູ້ທີ່ໄດ້ຮັບລາງວັນທັງສາມ ໄດ້ອອກແບບ ແລະ ຜະລິດເຄື່ອງຈັກໂມເລກຸນ ທີ່ ສາມາດຜະລິດໂມເລກຸນທີ່ບາງກວ່າເສັ້ນຜົມເຖິງ 1,000 ເທົ່າ ແລະ ມີສ່ວນຕ່າງໆ ທີ່ເຄື່ອນຍ້າຍໄດ້ ໃນເວລາຕື່ມພະລັງໃສ່.
ເຄື່ອງຈັກດັ່ງກ່າວ ຊຶ່ງມີການເຄື່ອໄຫວຕ່າງໆ ທີ່ຈະສາມາດຄວບຄຸມໄດ້ ແລະ ສາມາດ ນຳໄປໃຊ້ເພື່ອໃຫ້ເຮັດວຽກງານ ໃນຂະໜາດສິ່ງທີ່ນ້ອຍທີ່ສຸດ ຊຶ່ງອາດນຳໄປສູ່ ການ ພັດທະນາຕື່ມອີກ ໃນການສ້າງວັດຖຸໃໝ່ໆ ແລະ ລະບົບການສະສົມພະລັງໄວ້.
ສະຖາບັນການສຶກສາ ດ້ານວິທະຍາສາດຂອງຣາຊະອານຍາຈັກສະວີເດັນ ກ່າວວ່າ “ເຄື່ອງຈັກໂມເລກຸນ ແມ່ນຢູ່ໃນຂັ້ນດຽວກັນກັບ ເຄື່ອງຈັກໄຟຟ້າ ເມື່ອຊຸມປີ 1830 ໃນເວລາ ບັນດານັກວິທະຍາສາດ ໄດ້ສະແດງໃຫ້ເຫັນລໍ້ທີ່ຫັນດ້ວຍເຫຼັກໝຸນ ຫຼາຍ ຊະນິດ ໂດຍບໍ່ຮູ້ວ່າ ພວກມັນຈະນຳໄປສູ່ ລົດໄຟໃຊ້ພະລັງໄຟຟ້າ ຈັກສັກເຄື່ອງ ພັດລົມ ແລະ ເຄື່ອງບົດອາຫານ ຕ່າງໆເປັນຕົ້ນ.”
ຂອບໃຈຂ່າວຈາກ:http://lao.voanews.com/
ไม่มีความคิดเห็น:
แสดงความคิดเห็น