ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 11 ตุลาคม พ.ศ. 2559

    Apple ຊະນະຄະດີ Samsung ລະເມີດສິດທິບັດ Slide to Unlock ຕ້ອງຈ່າຍມະຫາສານ

    ສຳນັກຂ່າວ Bloomberg ລາຍງານວ່າ Apple ຊະນະຄະດີທີ່ກ່າວຫາ Samsung ໄດ້ລະເມີດສິດທິບັດ “Slide to Unlock” ເຊິ່ງເປັນການຕໍ່ສູ້ທີ່ຍາວນານຫຼັງຈາກ Apple ມີການຍື່ນອຸທອນ ຈາກສານຂັ້ນຕົ້ນເມື່ອເດືອນກຸມພາທີ່ຜ່ານມາ ເນື່ອງຈາກເຫັນວ່າການຕັດສິນໃນເທື່ອນັ້ນບໍ່ຖືກຕ້ອງ ແລະ ຄັ້ງນີ້ສົ່ງຜົນໃຫ້ Samsung ຕ້ອງຈ່າຍຄ່າປັບໃຫ້ກັບ Apple ເປັນຈຳນວນ 119.6 ລ້ານໂດລ່າ.
    1-slide-to-unlock-to-press-home
    ທັງນີ້ການຕໍ່ສູ້ໃນສານລະຫວ່າງ 2 ບໍລິສັດໃຫຍ່ຍັງບໍ່ຈົບລົງງ່າຍໆ ເພາະຍັງມີການຮ້ອງຟ້ອງຄະດີ ລະເມີດສິດທິບັດອີກຫຼາຍລາຍການ ທີ່ຍັງຄົງລໍຖ້າການຕັດສິນໃນອະນາຄົດ. ເຖິງຢ່າງໃດກໍ່ຕາມລະບົບປະຕິບັດການ iOS 10 ເວີຊັ່ນລ່າສຸດ ໄດ້ຍົກເລີກການປົດລ໊ອກດ້ວຍວິທີ Slide to Unlock ແລ້ວປ່ຽນມາໃຊ້ວິທິກົດປຸ່ມໂຮມ, ລວມທັງໃຊ້ Touch ID ຫຼື ປ້ອນລະຫັດຜ່ານແທນ.
    2-home-to-unlock

    ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com
    ຂອບໃຈແຫຼ່ງຂ່າວຈາກ: 9to5mac

    ไม่มีความคิดเห็น:

    แสดงความคิดเห็น